logo

ພັກ​ກອມ​ມູ​ນິດ ຫວຽດ​ນາມ ນຳ​ພາ​ປະ​ເທດ​ຊາດ​ບັນ​ລຸ​ໄດ້​ບັນ​ດາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່

2026/1/12 | 09:17:02
(VOVWORLD) - ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ, ປະເທດຊາດພວມມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທັນສະໄໝ, ພັດທະນາ ແລະ ຫັນເປັນອຸດສາຫະກຳໃນປີ 2045.
ພາບປະກອບ: VGP 

ລັດຖະບານ, ບັນດາພັກການເມືອງ ແລະ ປະຊາຊົນ ສີລັງກາ ຍາມໃດກໍ່ຈົດຈຳຄຸນນະທາດ ແລະ ການຊີ້ນຳນຳພາທີ່ປີຊາສາມາດຂອງພັກກອມມູນິດ ຫວຽດນາມ ໃນພາລະກິດແຫ່ງການປົດປ່ອຍຊາດ ແລະ ກໍ່ສ້າງປະເທດຊາດໃນໄລຍະ 8 ທົດສະວັດຜ່ານມາ. ປັດຈຸບັນ, ສີລັງກາກໍ່ພວມຄົ້ນຄ້ວາ ແລະ ປຶກສາຫາລືຢ່າງລະອຽດຮູບແບບພັດທະນາຂອງ ຫວຽດນາມ ເພື່ອໝູນໃຊ້ເຂົ້າໃນເງື່ອນໄຂຢູ່ ສີລັງກາ. ນີ້ແມ່ນການເນັ້ນໜັກຂອງທ່ານ Geeganage Weerasinghe ເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ  ໃນການຕອບສຳພາດຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ທ່ານເລຂາທິການໃຫຍ່ Geeganage Weerasinghe ໃຫ້ຮູ້ວ່າ ສີລັງກາ ຕິດຕາມຢ່າງໃກ້ຊິດບັນດາການຜັນແປຂອງ ຫວຽດນາມ ແລະ ຮັບຮູ້ໄດ້ບັນດາເປົ້າໝາຍໃນຈຸດເວລາສະເຫຼີມສະຫຼອງ 100 ປີຂອງປະເທດຊາດ. ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງ ພັກກອມມູນິດ ຫວຽດນາມ, ປະເທດຊາດພວມມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດທັນສະໄໝ, ພັດທະນາ ແລະ ຫັນເປັນອຸດສາຫະກຳໃນປີ 2045. ທ່ານເລຂາທິການໃຫຍ່ Geeganage Weerasinghe ຢັ້ງຢືນວ່າ ພັກກອມມູນິດ ສີລັງກາ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການພົວພັນມິດຕະພາບ ກັບ ພັກກອມມູນິດ ຫວຽດນາມ ແລະ ເຊື່ອໝັ້ນວ່າການພົວພັນນີ້ ຈະສືບຕໍ່ໄດ້ຮັບການປັບປຸງໃນອະນາຄົດ.


TAG
VOV/VOVworld/ຫວຽດ​ນາມ/ສີ​ລັງ​ກາ/ພັກ​ກອມ​ມູ​ນິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ