logo

ພິທີຊັກທຸງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

2017/8/8 | 07:04:00
(VOVWORLD) - ເວລາ 7 ໂມງ 30 ນາທີ ຕອນເຊົ້າວັນທີ 8 ສິງຫາ,  ຫວຽດນາມ ໄດ້ພ້ອມກັບ 10 ປະເທດສະມາຊິກ ອາຊຽນ ຈັດຕັ້ງພິທີຊັກທຸງ ອາຊຽນ, ເພື່ອແນໃສ່ເຊີດຊູ, ເສີມຂະຫຍາຍບົດບາດ ແລະ ພາບພົດຂອງ ອາຊຽນ ໃນຊີວິດຂອງປະຊາຄົມລວມ. 
 
 ພິທີຊັກທຸງ ອາຊຽນ

ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ການກຳເນີດຂອງປະຊາຄົມ ອາຊຽນ ໃນປີ 2015 ແມ່ນຂີດໝາຍປະຫວັດສາດຂອງວິວັດທະນາການຮ່ວມສຳພັນ ອາຊຽນ, ມີຄວາມໝາຍພິເສດສຳລັບ ສະມາຄົມ, ພາກພື້ນກໍ່ຄືແຕ່ລະປະເທດສະມາຊິກ. ໃນວິວັດແຫ່ງການພັດທະນາ, ອາຊຽນ ຮັກສາບົດບາດເປັນປັດໄຈສຳຄັນສຳລັບສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ພາກພື້ນ; ມີການພົວພັນເປີດກ້ວາງກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາປະເທດໃຫຍ່ໃນໂລກ; ນຳມາເຊິ່ງຜົນປະໂຫຍດສຳຄັນ ແລະ ແທດຈິງ ໃຫ້ແຕ່ລະປະເທດສະມາຊິກ, ພິເສດແມ່ນສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກເພື່ອພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງກັບສາກົນ. ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ເນັ້ນໜັກວ່າ:

“ການຮ່ວມມື ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງນະໂຍບາຍພົວພັນຕ່າງປະເທດ ຫວຽດນາມ. ນັບແຕ່ໄດ້ເຂົ້າເປັນສະມາຊິກ ອາຊຽນ ເມື່ອປີ 1995 ມາຮອດປະຈຸບັນ, ຫວຽດນາມ ມີຄວາມເອກອ້າງທະນົງໃຈ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ປະກອບສ່ວນບໍ່ໜ້ອຍເຂົ້າໃນວິວັດແຫ່ງການຮ່ວມມື ແລະ ສ້າງປະຊາຄົມອາຊຽນ. ໃນວິວັດການນັ້ນ, ຫວຽດນາມ ໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເຂົ້າຮ່ວມການກຳນົດທິດໃຫຍ່ ພັດທະນາສະມາຄົມ ແລະ ນຳໜ້າໃນບາງຂົງເຂດຮ່ວມມື. ຄຽງຄູ່ກັນນັ້ນ, ຫວຽດນາມ ໄດ້ວາງອອກຫຼາຍຂໍ້ລິເລີ່ມເພື່ອຮັກສາສະພາບແວດລ້ອມໃຫ້ມີຄວາມປອດໄພ, ສະຖຽນລະພາບ ແລະ ຮ່ວມມືໃນພາກພື້ນ.”

TAG
VOV/VOVworld/ສະເຫຼີມສະຫຼອງ/ຊັກ​ທຸງ/ອາ​ຊຽນ/ພິ​ທີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ