logo

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ່າງ​ສົມ​ກຽດເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

2026/2/6 | 09:30:35
(VOVWORLD) - ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ຄັ້ງນີ້ ໄດ້ຮັບຄວາມຄາດຫວັງຈະສ້າງບາດກ້າວບຸກທະລຸ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ເພີ່ມຂຶ້ນຢູ່ລະດັບສູງກວ່າ, ການຮ່ວມມືໃນຂອບເຂດ ແລະ ລະດັບທີ່ເລິກເຊິ່ງກ້ວາງຂວາງກວ່າອີກ, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກວ່າອີກ.
ທ່ານ Samdech Techo Hun Sen ໃຫ້ການຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຢ່າງອົບອຸ່ນ (ພາບ: VOV)

ຕອນເຊົ້າວັນທີ 6 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ, ຕາມຄຳເຊື້ອເຊີນຂອງ ພະບາດສົມເດັດພະບໍລົມມະນຽດກຳປູເຈຍ Norodom Sihamoni.

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 6 ກຸມພາ, ຢູ່ພະລາຊາວັງ ພາຍໃຕ້ການເປັນປະທານຂອງ ທ່ານ Samdech Techo Hun Sen. ເຂົ້າຮ່ວມພິທີຕ້ອນຮັບມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ.

ການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ຄັ້ງນີ້ ໄດ້ຮັບຄວາມຄາດຫວັງຈະສ້າງບາດກ້າວບຸກທະລຸ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໄດ້ເພີ່ມຂຶ້ນຢູ່ລະດັບສູງກວ່າ, ການຮ່ວມມືໃນຂອບເຂດ ແລະ ລະດັບທີ່ເລິກເຊິ່ງກ້ວາງຂວາງກວ່າອີກ, ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນກວ່າອີກ.

TAG
VOV/VOVworld/ຫວຽດ​ນາມ/ການ​ພົວ​ພັນ/ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ