logo

ພິທີມອບລາງວັນດີເດັ່ນບັ້ນແຂ່ງຂັນບົດປະດິດແຕ່ງບົດເພງຄວາມສາມັກຄີສູ້ຮົບລະຫວ່າງສາມປະເທດຫວຽດນາມ-ລາວ-ກຳປູເຈຍ

2018/3/20 | 14:00:38
(VOVWORLD) -ຕອນເຊົ້າວັນທີ 20 ມີນາ ທີ່ກະຊວງປ້ອງກັນປະເທດລາວ ຢູ່ ນະຄອນຫລວງວຽງຈັນ ໄດ້ດຳເນີນພິທີມອບລາງວັນດີເດັ່ນໃນບັ້ນແຂ່ງຂັນປະດິດແຕ່ງບົດເພງ, ບົດປະພັນວັນນະຄະດີ ກ່ຽວກັບ “ຄວາມສາມັກຄີສູ້ຮົບລະຫວ່າງສາມປະເທດ ຫວຽດນາມ - ລາວ -ກຳປູເຈຍ” ໃຫ້ແກ່ບັນດານັກແຕ່ງຂອງລາວ. 

 ພົນຈັດຕະວາ ວັນທອງ ກອງມະນີ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວມອບລາງວັນ A ໃຫ້ແກ່ນັກແຕ່ງ

ພາບ:vov

ບັ້ນແຂ່ງຂັນດັ່ງກ່າວ ໄດ້ດຶງດູດເກືອບ 800 ຄົນເຂົ້າຮ່ວມ ດ້ວຍ 1.700 ບົດປະພັນວັນນະຄະດີ, ບົດເພງ, ວິຈິດສິນ, ພາບຖ່າຍ ແລະ ຟີມເອກະສານ. ຄະນະຈັດຕັ້ງໄດ້ມອບ 133 ລາງວັນໃຫ້ບັນດານັກແຕ່ງທີ່ມີບົດປະພັນດີເດັ່ນຂອງສາມປະເທດ. ພົນຈັດຕະວາ ວັນທອງ ກອງມະນີ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ລາວ ໃຫ້ຮູ້ວ່າ: ພິທີມອບລາງວັນຄັ້ງນີ້ແມ່ນນອນໃນຂອບເຂດປີສາມັກຄີມິດຕະພາບຫວຽດນາມ - ລາວ, ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”ຂອງປະຊາຊົນ, ກອງທັບສອງປະເທດ ລາວ ແລະຫວຽດນາມ. ບັນດາບົດເພງ, ບົດກາບກອນ, ພາບແຕ້ມ, ພາບຖ່າຍທີ່ສວຍງາມ ແລະ ມີຊີວິດຊີວາເຫຼົ່ານັ້ນ ລ້ວນແຕ່ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມຮັກແພງບໍລິສຸດຜຸດຜ່ອງຂອງສອງພັກ, ສອງກອງທັບ, ປະຊາຊົນສອງຊາດພວກເຮົາໃນຕະຫຼອດໄລຍະຕໍ່ສູ້ປະຕິວັດປົດປ່ອຍປະເທດຊາດ ກໍຄືໃນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ”.

ຫມີບີງ ນັກຂ່າວ vov ປະຈຳ ສປປລາວ

TAG
VOV/VOVworld/ກອງທັບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ