
“ ພ້ອມກັບການເຂົ້າຮ່ວມບັນດາເວທີປາໄສສາກົນ ແລະ ພາກພື້ນ, ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດໃນໂລກ, ຫວຽດນາມມີທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບນະໂຍບາຍຖືເປັນສຳຄັນການພົວພັນຮ່ວມມືກັບ ອົງການພາສາຝະລັ່ງສາກົນ ແລະ ບັນດາປະເທດສະມາຊິກ, ພ້ອມແລ້ວຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງອົງການພາສາຝະລັ່ງ”
ສ່ວນທ່ານນາງ Anissa Barrack ຜູ້ອຳນວຍການ ຫ້ອງການພາກພື້ນ ອາຊີ-ປາຊີຟິກ BRAP ໄດ້ຕີລາຄາສູງການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມໃນກຸ່ມບັນດາປະເທດໃຊ້ພາສາຝະລັ່ງ. ທ່ານນາງເວົ້າວ່າ:
“ ດ້ວຍລະດັບພັດທະນາເສດຖະກິດຢ່າງວ່ອງໄວ, ຄວາມຂະຫຍັນຂັ່ນເຄື່ອນໃນວຽກງານການທູດ ແລະ ການພົວພັນສາກົນ, ຫວຽດນາມມີບົດບາດສຳຄັນໃນການປັບປຸງສາຍສຳພັນລະຫວ່າງບັນດາປະເທດໃຊ້ພາສາຝະລັ່ງໃນພາກພື້ນກັບ ບັນດາປະເທດໃຊ້ພາສາຝະລັ່ງໃນໂລກ, ຫວຽດນາມຈະພ້ອມກັບລາວ, ກຳປູເຈຍ ແລະ ໄທຊຸກຍູ້ການຮ່ວມມືລະຫວ່າງອົງການພາສາຝະລັ່ງສາກົນ ແລະ ອາຊຽນ. ຍິ່ງໄປກ່ວານັ້ນ, ຫວຽດນາມໄດ້ມີບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນການຍເພີ່ມທະວີການສອນພາສາຝະລັ່ງ, ເຂົ້າຮ່ວມການເຄື່ອນໄຫວດ້ານການເມືອງ ແລະ ການຮ່ວມມືໃນປະຊາຄົມໃຊ້ພາສາຝະລັ່ງ”




