ເພາະສະນັ້ນ ເຂົາເຈົ້າເຊື່ອຖືວ່າ ຈັດງານດອງຍິ່ງໃຫຍ່ເທົ່າໃດ, ພິທີຮັບໃພ້ຍິ່ງມີຄົນເຂົ້າຮ່ວມຫຼາຍເທົ່ານັ້ນ ໝາຍຄວາມວ່າ ຄວາມສຸກຂອງຄູ່ບ່າວສາວຍິ່ງຈະມີຄວາມສະໜິດແໜ້ນນິລັນດອນ.
 |
| ຊາວເຜົ່າໄຢ ຫຼືຍັງໄດ້ເອີ້ນວ່າ ເຜົ່າຍັ້ງ, ຢັ້ງ, ປູນ໋າ, ກຸຍຈູ, ຊະ… ມີປະຊາກອນປະມານ 25.000 ຄົນ ສ່ວນຫຼາຍດຳລົງຊີວິດຢູ່ບັນດາເມືອງ, ນະຄອນໃນບໍລິເວນແຂວງລາຍເຈົາ. |
 |
| ຍ້ອນມີປະຫວັດສາດແຫ່ງການພັດທະນາມາແຕ່ດົນນານ ດັ່ງນັ້ນ ຊາວເຜົ່າໄຢ ມີການດຳລົງຊີວິດທາງດ້ານວັດທະນະທຳທີ່ອຸດົມສົມບູນ ແລະ ເປັນຫຼາຍຮູບແບບທີ່ສຸດ. |
 |
| ໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແມ່ນພິທີຮັບໃພ້ໃນງານດອງທີ່ເປັນປະເພນີ. |
 |
| ພິທີຮັບໃພ້ໃນງານດອງທີ່ເປັນປະເພນີຂອງຊາວເຜົ່າໄຢ ຢູ່ລາຍເຈົາ ມັກຈັດຂຶ້ນໃນໂອກາດທ້າຍປີ, ເຊິ່ງແມ່ນຈຸດເວລາທີ່ຊາວກະສິກອນມີເວລາຫວ່າງຫຼາຍ. |
 |
| ກ່ອນທີ່ຈະດຳເນີນພິທີຮັບໃພ້, ຄູ່ບາວສາວເຜົ່າໄຢ ຕ້ອງດຳເນີນບາງພິທີກຳຕາມຮີດຄອງປະເພນີຄື: ຂໍເມຍ |
 |
| ຄະນະທີ່ໄປຮັບໃພ້ຍາມໃດກໍ່ຕ້ອງມີບັນດາພາກສ່ວນຄື: ກຸ່ມ “ເປົ່າແກ” 4 ຄົນ, ແມ່ສື່ 2 ຄົນ, ເຈົ້າບ່າວ, ເພື່ອນເຈົ້າບ່າວ ແລະ ກຸ່ມໜຶ່ງເພື່ອຫາບເຄື່ອງງານດອງ. |
 |
| ເຄື່ອງງານດອງໃນພິທີຮັບໃພ້ຂອງຊາວເຜົ່າໄຢ ຢູ່ແຂວງລາຍເຈົາ ລວມມີ: ເຫຼົ້າຂາວ 1 ຕຸກ, ເຂົ້າໜົມ 2 ກະຕ່າ… ແລະ ໄກ່ |
 |
| ໃນຕະຫຼອດເສັ້ນທາງໄປຮັບໄພ້, ກຸ່ມດົນຕີ ຈະເປົ່າແກ ຈົນໄປຮອດເຮືອນຂອງເຈົ້າສາວ. |
 |
| ການເປົ່າແກ ດ້ວຍຈຸດປະສົງແຈ້ງໃຫ້ປະຊາຊົນຮັບຊາບກ່ຽວກັບເລື່ອງຄອບຄົວ ໄປຮັບໃພ້. |
 |
| ນຳໜ້າຄະນະເຈົ້າບ່າວແມ່ນແມ່ສື່ສອງຄົນ ເຊິ່ງເປັນຜູ້ກຳນົດພິທີຮັບໃພ້ຈະໄດ້ຮັບການຕົກລົງເຫັນດີຈາກຄອບຄົວຝ່າຍຍິງໄວ ຫຼື ຊ້າ. |
 |
| ປະຕູໂຂງຂອງເຮືອນຝ່າຍຍິງ ມີເສັ້ນຝ້າຍສີແດງມັດຂວາງຢູ່ກາງ ນີ້ແມ່ນບ່ອນທີ່ແມ່ສື່ປະຕິບັດພິທີຮ້ອງເພງຂໍໃຫ້ເປີດປະຕູ |
 |
| ພາຍຫຼັງຮ້ອງເພງຂໍເປີດປະຕູ, ຜູ້ຕາງໜ້າຄອບຄົວຝ່າຍຍິງຈະເອົາງ່າໄມ້ຈຸ່ມນ້ຳ ຟິດໃສ່ຜູ້ເຂົ້າຮ່ວມການໄປຮັບໃພ້ຂອງຄະນະຄອບຄົວຝ່າຍຊາຍ ດ້ວຍຄວາມໝາຍລ້າງຂີ້ຝຸ່ນຂີ້ຝອຍ ແລະ ຄວາມໂຊກຮ້າຍ. |
 |
| ຜູ້ຕາງໜ້າຄອບຄົວຝ່າຍຍິງທົດສອບບັນດາແມ່ສື່ດ້ວຍຈອກເຫຼົ້າ ອວຍພອນໃຫ້ມີໂຊກມີລາບ, ເຊື່ອມຕໍ່ສອງຄອບຄົວເປັນແກ່ວເປັນດອງກັນ. |
 |
| ດ້ວຍຈັງຫວະທຳນອງເພງ ແລະ ສຽງແກທີ່ເຕັມໄປດ້ວຍຄວາມໝາຍ, ຄອບຄົວຝ່າຍຊາຍ ໄດ້ຂໍໃຫ້ຄອບຄົວຝ່າຍຍິງແກ້ເສັ້ນຝ້າຍສີບົວອອກ ແລະ ຕ້ອນຮັບຄອບຄົວຝ່າຍຊາຍເຂົ້າເຮືອນ. |
 |
| ພາຍຫຼັງ ຜູ້ຕາງໜ້າຄອບຄົວຝ່າຍຊາຍ ກໍ່ປະຕິບັດພິທີກຳຂໍຮັບເອົາໃພ້, ຍາດຕິພີ່ນ້ອງສອງຝ່າຍຈະໂອ້ລົມກັນ ລົມກັນເລື່ອງເບິ່ງແຍງດູແລການດຳລົງຊີວິດໃນອະນາຄົດຂອງຄູ່ບ່າວສາວ. |
 |
| ພິທີຮັບໃພ້ດຳເນີນຢ່າງສະດວກ |
 |
| ເມື່ອຄອບຄົວຝ່າຍຍິງຕົກລົງມອບໃພ້ໃຫ້, ສຽງແກ ແລະ ກອງດັງຂຶ້ນ ພາຄະນະຮັບໃພ້ກັບເມືອເຮືອນຝ່າຍຊາຍ ທ່າມກາງຄວາມຜາສຸກ. |
 |
| ໃນຕະຫຼອດໄລຍະຮັບໃພ້ກັບເມືອເຮືອນຝ່າຍຊາຍ, ເຈົ້າສາວໄດ້ປົກຜ້າສີແດງຢູ່ຫົວ ຕາມຮີດຄອງປະເພນີຂອງເຜົ່າໄຢ. |
 |
| ເມື່ອເຈົ້າບ່າວເອົາຜ້າປົກຫົວອອກ ກໍ່ແມ່ນສັນຍານທີ່ບອກວ່າ ຊີວິດຜົວເມຍຈະເລີ່ມຕົ້ນ. |
 |
| ພາຍຫຼັງພິທີຮັບໃພ້, ຊີວິດຂອງຄູ່ບ່າວສາວຈະເລີ່ມຕົ້ນ ແລະ ນີ້ແມ່ນຈຸດເນັ້ນເພື່ອໃຫ້ພໍ່ແມ່ປະຊາຊົນເຜົ່າໄຢ ຢູ່ແຂວງລາຍເຈົາ ສືບຕໍ່ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳທີ່ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ. |