logo

ພິທີໄຂປາກກາຂຽນຍາມຕົ້ນລະດູບານໃໝ່ຢູ່ວິຫານ ເຈິ່ນ ດຶງດູດແຂກເປັນຈຳນວນຫຼາຍ

2026/2/23 | 10:52:39
(VOVWORLD) -  ເຫດການໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ມີພິທີກຳທີ່ເປັນມູນເຊື້ອຢ່າງຄົບຖ້ວນ, ຄື: ພິທີແຫ່ປາກກາ, ແຫ່ຫີນມຶກ ແລະ ແຫ່ນ້ຳ; ພິທີຖະຫວາຍທູບທຽນ ຈ້າງຈິ່ນ ຫງວຽນບິງຄຽມ…
(ນັກຮຽນຈະເລີ່ມຂຽນຕົວໜັງສືທຳອິດໃນປີໃໝ່)

        ວັນທີ 22 ກຸມພາ (ກົງກັບວັນທີ 06 ເດືອນຈຽງປີມະເມຍ), ພິທີໄຂປາກກາຂຽນຍາມຕົ້ນລະດູບານໃໝ່ ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດວິຫານ ຈ້າງຈິ່ງ ຫງວຽນບິງຄຽມ (ຕາແສງ ຫງວຽນບິງຄຽມ, ນະຄອນ ຫາຍຟ່ອງ), ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວ ແລະ ບັນດານັກຮຽນ, ນັກສຶກສາເຂົ້າຮ່ວມເປັນຈຳນວນຫຼາຍ.

        ເຫດການໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ມີພິທີກຳທີ່ເປັນມູນເຊື້ອຢ່າງຄົບຖ້ວນ, ຄື: ພິທີແຫ່ປາກກາ, ແຫ່ຫີນມຶກ ແລະ ແຫ່ນ້ຳ; ພິທີຖະຫວາຍທູບທຽນ ຈ້າງຈິ່ນ ຫງວຽນບິງຄຽມ… ຫຼັງຈາກນັ້ນ, ບັນດາຄູອາຈານ ແລະ ນັກຮຽນຈະເລີ່ມຂຽນຕົວໜັງສືທຳອິດໃນປີໃໝ່ດ້ວຍຫົວຂໍ້ “ການຮຽນນັບມື້ນັບດີ, ການເສັງໄດ້ດີ, ພູມປັນຍາສະຫຼາດສ່ອງໃສ” ແລະ ການເຄື່ອນໄຫວໃຫ້ຕົວໜັງສື… ອ້າຍ ຈູວັນຮຽວ (ຕາແສງ ອາຊ່າວ, ແຂວງ ຮືງອຽນ), ສະແດງຄວາມໃນໃຈວ່າ:

        “ຕົ້ນປີໃໝ່, ຂ້າພະເຈົ້າພາລູກສາວມາແຫ່ງນີ້ເພື່ອຖະຫວາຍທູບທຽນ ຂໍໃຫ້ລູກຮຽນເກັ່ງ, ປາດຖະໜາວ່າລູກຈະເສີມຂະຫຍາຍມູນເຊື້ອມັກຮ່ຳມັກຮຽນຂອງປະຊາຊົນ ຫວຽດນາມ. ນອກຈາກນັ້ນ, ລູກມາແຫ່ງນີ້ກໍຂໍຄວາມໂຊກດີຂອງທ່ານ, ກໍ່ແມ່ນການເລີ່ມຂຽນຕົວໜັງສືເພື່ອໃຫ້ການຮ່ຳຮຽນຂອງລູກມີໂຊກດີ”.

TAG
VOV/VOVworld/ການ​ຮຽນ/ກາ​ນ​ເສັງ​/ພູມ​ປັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ