logo

ພິ​ທີໄວ້​ອາ​ໄລທ່ານ ຄຳໄຕ ສີພັນດອນ ທີ່​ສະ​ຖານ​ທູດ ລາວ ປະ​ຈຳ ຮ່າ​ໂນ້ຍ ແລະ ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ

2025/4/5 | 10:07:00
(ສະຖານທູດ ລາວ ປະຈຳ ຫວຽດນາມ ລົດທຸງລົງເຄິ່ງເສົາ)
ຕອນເຊົ້າວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຈັດພິທີວາງພວງມາລາໄວ້ອາໄລ, ເປີດຂຽນປຶ້ມໄວ້ອາໄລ ເຖິງທ່ານ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ ຂຶ້ນຢ່າງສົມກຽດ.
ທ່ານາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ພ້ອມກັບພະນັກງານສະຖານທູດໄວ້ອາໄລ
 
ທ່ານປະທານປະເທດ  ເລືອງເກື່ອງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງລົ້ນເຫຼືອຕໍ່ການຈາກໄປຂອງ ທ່ານ ຄຳໄຕ ສີພັນດອນ
ເມື່ອຂຽນໃສ່ປຶ້ມໄວ້ອາໄລ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງລົ້ນເຫຼືອຕໍ່ການຈາກໄປຂອງ ທ່ານ ຄຳໄຕ ສີພັນດອນ
ທ່ານ ຄຳໄຕ ສີພັນດອນ ເຖິງແກ່ມໍລະນະກຳ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ເສຍເພື່ອນຜູ້ໜຶ່ງທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມ, ຜູ້ທີ່ມີການປະກອບສ່ວນສຳຄັນເປັນຢ່າງຍິ່ງເຂົ້າໃນການສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕິພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນເຂົ້າຮ່ວມພິທີໄວ້ອາໄລ

ຄະນະຜູ້ແທນຂອງຫ້ອງວ່າການລັດຖະບານ, ສະພາແຫ່ງຊາດ, ກະຊວງ, ຂະແໜງການ ເຂົ້າຮ່ວມພິທີໄວ້ອາໄລ
ຄະນະຜູ້ແທນ VOV ເຂົ້າໄວ້ອາໄລ
ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄວ້ອາໄລຢູ່ນະຄອນຫຼວງວຽງຈັນ
 
ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດພິທີວາງພວງມາລາໄວ້ອາໄລ, ຂຽນປຶ້ມໄວ້ອາໄລເຖິງດວງວິນຍານຂອງທ່ານ ຄຳໄຕ ສີພັນດອນ ເປັນເວລາ 3 ວັນ, ແຕ່ວັນທີ 04 – 06 ເມສາ 2025.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ