logo

ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງສົມກຽມ

2025/4/8 | 14:12:31

(VOVWORLD) - ແຕ່ປີ, ໃນໂອກາດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທີນ), ປະຊາຊົນ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວແຕ່ຈັດຫຼາຍກິດຈະກຳວັດນະທຳ, ກິລາ ເພື່ອອາໄລຫາຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

ໃນຕອນເຊົ້າວັນທີ 07 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ (ແຂວງ ຝຸເທາະ), ພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ໄດ້ຈັດຂຶ້ນຢ່າງສົມກຽດ, ເຄັ່ງຂຶມ, ສະແດງໃຫ້ເຫັນເຖິງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. ພາບ: VOV
ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍບັນດາການນຳພັກ, ລັດ, ແຂວງ ຝຸເທາະ ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາ ອາໄລຫາບັນດາເຈົ້າຊີວິດຮຸ່ງ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ໃນການສ້າງສາປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ. ພາບ: VOV
ເຖິງວ່າອາກາດບໍ່ອຳນວຍຄວາມສະດວກປານໃດ, ແຕ່ກໍ່ມີປະຊາຊົນນັບໝື່ນຄົນທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ ໄດ້ເຕົ້າໂຮມກັນຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ເພື່ອອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ. ພາບ: VTC News
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 6 ເມສາ 2025 (ກົງກັບວັນທີ 9 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແຂກທ່ອງທ່ຽວນັບພັນຄົນເຕົ້າໂຮມກັນຢູ່ສວນສາທາລະນະ ວັນລາງ (ຝຸເທາະ) ເພື່ອຮັບຊົມລາຍການຍິງບັ້ງໄຟດອກ. ພາບ: VTC News
ໃນຕອນເຊົ້າວັນທີ 3 ເມສາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຄະນະຜູ້ແທນເກືອບ 50 ທ່ານ ທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນ ໄປຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ. ພາບ: TTXVN
ຕອນເຊົ້າວັນທີ 07 ເມສາ, ປະຊາຊົນນະຄອນ ໂຮ່ຈີມິນ ນັບພັນຄົນ ໄດ້ເຂົ້າຮ່ວມພິທີໄຫວ້ອາໄລເຈົ້າຊີວິດຮຸ່ງປີ 2025 ຢູ່ເຂດອະສອນສະຖານບັນດາເຈົ້າຊີວິດຮຸ່ງ, ນະຄອນ ຖູດຶກ. ພາບ: VOV
ທ່ານ ຫງວຽນເຟຶອກລົກ - ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ: ການອາໄລຫາຄຸນງາມຄວາມດີຂອງເຈົ້າຊີວິດຮຸ່ງ ແມ່ນການອາໄລຫາກົກເຄົ້າເຫງົ້າກໍ, ແມ່ນສັນຍາລັກວັດທະນະທຳອັນເລິກເຊິ່ງ, ຢັ້ງຢືນຄຸນຄ່າສັກສິດທາງປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດນັບພັນປີຂອງຊາດ. ພາບ: VOV
ພິທີແຫ່ໄດ້ດຳເນີນຢ່າງລະອຽດຄົບຖ້ວນ ແລະ ສົມກຽດ. ພາບ: VOV
ວັນທີ 07 ເມສາ, ນະຄອນ ເກິ່ນເທີ ກໍໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ປີ 2025 ຂຶ້ນຢ່າງກົມກຽດ.
ເຂົ້າຕົ້ມ - ເຂົ້າໜົມໄຢ ແລະ ເຄື່ອງບູຊາຂອງທ້ອງຖິ່ນຕ່າງໆ ຖະຫວາຍແດ່ເຈົ້າຊີວິດຮຸ່ງ. ພາບ: VOV
ປະຊາຊົນ ແລະ ແຂກທ່ອງທ່ຽວມາໄຫວ້ບູຊາເຈົ້າຊີວິດຮຸ່ງຢູ່ນະຄອນ ເກິ່ນເທີ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ (ພາບ: VOV)
ຕອນເຊົ້າວັນທີ 07 ເມສາ, ສະມາຄົມໃຫຍ່ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ຂຶ້ນຢ່າງສົມກຽດ. ພາບ: ນັກຂ່າວ VOV ປະຈຳ ລາວ
ທ່ານ ຟ້າມວັນຮຸ່ງ, ປະທານສະມາຄົມໃຫຍ່ ຊາວ ຫວຽດນາມ ອາໄສຢູ່ ລາວ ໃຫ້ຮູ້ວ່າ, ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ, ບໍ່ພຽງແຕ່ສະແດງຄວາມຜູກພັນໃນປະຊາຄົມເທົ່ານັ້ນ, ຫາກຍັງປະກອບສ່ວນສຶກສາໃຫ້ລູກຫຼານຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ, ປະເທດຊາດຂອງຕົນ.
ຕາງໜ້າບັນດາອົງການໝູ່ຄະນະຂອງສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ພ້ອມດ້ວຍພໍ່ແມ່ພີ່ນ້ອງ ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ດ້ວຍຄວາມເຄົາລົບນັບຖືຢ່າງສູງ. ພາບ: ນັກຂ່າວ VOV ປະຈຳ ລາວ
ພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ປີ 2025 ຈັດຂຶ້ນຢູ່ ມົດສະກູ, ລັດເຊຍ ໃນວັນທີ 07 ເມສາ (ພາບ: ນັກຂ່າວ VOV ປະຈໍາ ມົດສະກູ)
ເນື່ອງໃນໂອກາດວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ, ສະມາຄົມສາມີພັນລະຍາ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ກໍໄດ້ເປັນເຈົ້າພາບ, ສົມທົບກັບບັນດາອົງການໝູ່ຄະນະຂອງສະຖານທູດ ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ປີ 2025 ຢູ່ນະຄອນຫຼວງ ວໍຊິງຕັນ. ພາບ: ຟ້າມຮວັນ - ນັກຂ່າວ VOV ປະຈຳ ວໍຊິງຕັນ.
ເນື່ອງໃນໂອກາດນີ້, ວັນທີ 6 ເມສາ, ຢູ່ນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບສູນວັດທະນະທຳ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຝລັ່ງ ແລະ ເພື່ອນມິດສາກົນເປັນຈຳນວນຫຼາຍ. ພາບ: TTXVN

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ