logo

ພົນເອກ ຈັນ​ສະ​ໝອນ ຈັນ​ຍະ​ລາດ: ການ​ເສຍ​ສະຫຼະ​ອັນ​ຍິ່ງ​ໃຫຍ່​ຂອງ​ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ​ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງໃຈ​ປະ​ຊາ​ຊົນ ​ລາວ

2024/10/29 | 11:40:31
(VOVWORLD) -   ວັນທີ 29 ຕຸລາ, ງານພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ລາວ (ວັນທີ 30 ຕຸລາ 1949 – 30/10/2024) ໄດ້ດຳເນີນຢູ່ຮ່າໂນ້ຍ. 
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄ່ຳເຫັນທີ່ງານພົບປະ (ພາບ: qdnd.vn)

ກ່າວຄຳເຫັນນະທີ່ນີ້, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ເລື່ອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເຄື່ອນໄຫວຢູ່ດິນແດນລາວນັ້ນ ເປັນສັນຍາລັກອັນຈົບງາມ, ຮັດແໜ້ນນ້ຳໃຈສາມັກຄີ, ຮ່ວມສຳພັນສູ້ຮົບແບບພິເສດລະຫວ່າງ ຫວຽດນາມ  - ລາວ. ບັນດາວິລະກຳ, ຜົນງານ ແລະ ການເສຍສະຫຼະຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເປັນອາລົມຈິດຄວາມຮັກແພງໄດ້ຝັງເລິກໃນດວງໃຈປະຊາຊົນ ລາວ ບັນດາເຜົ່າ ຄືດັ່ງຄຳຍ້ອງຍໍສັນລະເສີນຂອງການນຳພັກ, ລັດ ແລະ ປະຊາຊົນລາວ ທີ່ວ່າ: “ຢູ່ດິນແດນລາວ, ທຸກໄຊຊະນະໃດ ກໍ່ລ້ວນແຕ່ມີການເສຍສະຫຼະ, ປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ.” 

ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ (ພາບ: qdnd.vn)

        ກ່າວຄຳເຫັນໃນການພົບປະ, ທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເວົ້າສະເພາະ ທີ່ໄດ້ພ້ອມກັນຮ່ວມທຸກຮ່ວມສຸກກັບກອງທັບ ແລະ ປະຊາຊົນ ລາວ, ເສຍສະຫຼະເລືອດເນື້ອຂອງຕົນເພື່ອເຮັດລ້ອນໜ້າທີ່ສາກົນຢູ່ ລາວ ໃນໄລຍະນັບສິບປີ. ທ່ານກໍໄດ້ຢັ້ງຢືນວ່າ  ບໍ່ວ່າ ໃນໄລຍະເວລາ, ສະພາບການໃດ, ພັກ, ລັດຖະບານ, ບັນດາກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ຈະພ້ອມກັບພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອະນຸລັກຮັກສາ, ເສີມຂະຫຍາຍສາຍພົວພັນທີ່ຫາຍາກລະຫວ່າງສອງປະເທດໃຫ້ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ, ສົມກັບການເສຍສະຫຼະອັນຍິ່ງໃຫຍ່ຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ ປະຕິບັດໜ້າທີ່ສາກົນຢູ່ ລາວ.

TAG
VOV/VOVworld/ທະ​ຫານ​ອາ​ສາ​ສະ​ໝັກ/ນັກ​ຊ່ຽວ​ຊານ/ວິ​ລະ​ກຳ/ການ​ເສຍ​ສະຫຼະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ