logo

ພົບປະແລກປ່ຽນບົດຮຽນການເຄື່ອນໄຫວລະບົບການເມືອງຫວຽດນາມ ແລະ ລາວ

2018/3/28 | 10:59:00
(VOVWORLD) -ຕອນເຊົ້າວັນທີ 28 ມີນາ, ທີ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການຈັດຕັ້ງ, ເຄື່ອນໄຫວຂອງລະບົບການເມືອງລາວ ແລະ ຫວຽດນາມ”.
 ທ່ານ ຮອງສາດສະດາຈານ, ປະລິນຍາເອກ ເລກວ໋ກຫຼີ໋ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: dangcongsan.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຮອງສາດສະດາຈານ, ປະລິນຍາເອກ ເລກວ໋ກຫຼີ໋, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ນັບທັງລາວ ແລະ ຫວຽດນາມລ້ວນແຕ່ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ໃນນັ້ນຖືເອົາການພັດທະນາເສດຖະກິດເປັນຈຸດສຸມ, ການກໍ່ສ້າງພັກເປັນຫຼັກແຫຼ່ງ, ປ່ຽນແປງໃໝ່ລະບົບການເມືອງເທື່ອລະກ້າວ, ປ່ຽນແປງວິທີການນຳພາຂອງພັກ, ດຳເນີນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ວິວັດການກໍ່ສ້າງ, ປ່ຽນແປງໃໝ່ລະບົບການເມືອງຢູ່ທັງສອງປະເທດໃຫ້ບັນລຸໄດ້ໝາກຜົນສຳຄັນ;

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຫັນດີເປັນເອກະພາບໂດຍຖືວ່າ, ລະບົບການເມືອງຂອງລາວ ແລະຫວຽດນາມ ໄດ້ມີການປ່ຽນແປງ, ມີການປັບຕົວຢ່າງເໝາະສົມ ແລະ ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການໃໝ່ຂອງການພັດທະນາພື້ນຖານເສດຖະກິດຕະຫຼາດ, ກຳນົດທິດສັງຄົມນິຍົມ, ຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ; ຢັ້ງຢືນໄດ້ບົດບາດຂອງຕົນໃນວິວັດການເຊື່ອມໂຍງ ແລະ ພັດທະນາ.


TAG
VOV/VOVworld/ເລ​ກວ໋ກຫຼີ໋/ສຳ​ມະ​ນາ​ວິ​ທະ​ຍາ​ສາດ/ພື້ນ​ຖານ​ທິດ​ສະ​ດີ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ