logo

ພົບປະໄມຕີຈິດມິດຕະພາບ ລະຫວ່າງຫວຽດນາມ - ລາວ

2018/3/12 | 07:41:00
(VOVWORLD) -ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ (ສະຫະພັນບັນດາອົງການມິດທະພາບຫວຽດນາມ) ໄດ້ຈັດການພົບປະສັງສັນໄມຕີຈິດມິດຕະພາບ ລະຫວ່າງຫວຽດນາມ - ລາວ ເນື່ອງໃນໂອກາດຕ້ອນຮັບປີໃໝ່ ປີ ຈໍ 2018 ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ.

ຜູ້ແທນສອງປະເທດເຂົ້າຮ່ວມການພົບປະ (ພາບ:Dangcongsan.vn)

 ກ່າວຄຳເຫັນທີ່ການພົບປະ, ທ່ານ ເຈີນວັນຕຸຍ ປະທານ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຝາກຄຳອວຍພອນໄຊອັນປະເສີດມາຍັງພະນັກງານຂອງສະຖານທູດລາວ ແລະ ບັນດານັກສຶກສາລາວທີ່ກຳລັງຮ່ຳຮຽນຢູ່ຫວຽດນາມ ເນື່ອງໃນໂອກາດປີ ໃໝ່ລາວ (ເຊິ່ງຈະໄດ້ດຳເນີນໃນກາງເດືອນ 04/2018). ທ່ານ ເຈີນວັນຕຸຍ ປະທານ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວໃຫ້ຮູ້ວ່າ ປີ 2017, ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນປີມີຄວາມໝາຍທີ່ສຸດສຳລັບສອງປະເທດ ເຊິ່ງມີການເຄື່ອນໄຫວຫຼາຍຢ່າງ ໄດ້ຈັດຂຶ້ນຢູ່ສອງປະເທດ. ສິ່ງທີ່ໜ້າປະທັບໃຈ ແມ່ນງານຊຸມນຸມມິດຕິງ ສະເຫຼີມສະຫຼອງ 40 ປີແຫ່ງວັນລົງນາມສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017) ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2017) ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ ຢູ່ນະຄອນຫຼວງຂອງສອງປະເທດ.

        ການພົບປະສັງສັນໄດ້ດຳເນີນໃນບັນຍາກາດທີ່ເຕັມໄປດ້ວຍຄວາມໄມຕີຈິດມິດຕະພາບອັນແໜ້ນແກ່ນ ບັນດາຜູ້ແທນເຂົ້າຮ່ວມລາຍການໄດ້ຮັບຊົມລາຍການສິລະປະທີ່ເປັນເອກະລັກສະເພາະ ໂດຍນັກສຶກສາລາວທີ່ພວມຮ່ຳຮຽນຢູ່ຫວຽດນາມສະແດງ.

TAG
VOV/VOVworld/ມິດຕະພາບ ຫວຽດນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ