logo

ພົວພັນແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ປີ 2017

2017/7/23 | 08:46:00
(VOVWORLD) - ຕອນຄ່ຳວັນທີ 22 ກໍລະກົດ, ທີ່ເມືອງ ໂມກເຈົາ ແຂວງ ເຊີນລາ, ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ ຈັດຕັ້ງລາຍການພົວພັນແລກປ່ຽນພິເສດ “ໄມຕິຈິດມິດຕະພາບຊາຍແດນ ຫວຽດ - ລາວ”. 
ລາຍການພົວພັນແລກປ່ຽນພິເສດ “ໄມຕິຈິດມິດຕະພາບຊາຍແດນ ຫວຽດ - ລາວ” (ພາບອິນເຕີແນັດ) 

ນີ້ແມ່ນລາຍການພົວພັນແລກປ່ຽນຄັ້ງທຳອິດ ໄດ້ຮັບການຜັນຂະຫຍາຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ; ຍູ້ແຮງການພົວພັນສົມທົບກັນຄຸ້ມຄອງ, ປ້ອງກັນຊາຍແດນ, ຄວບຄຸມຄົນເຂົ້າອອກເມືອງ, ສູ້ຊົນປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງທະຫານປ້ອງກັນຊາຍແດນ ຫວຽດນາມ ກັບກຳລັງປ້ອງກັນຊາຍແດນ ລາວ; ປະກອບສ່ວນສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ທີ່ລາຍການພົວພັນແລກປ່ຽນ, ບັນດາແຂກຖືກເຊີນຂອງ 2 ປະເທດ ຫວຽດນາມ, ລາວ ສືບຕໍ່ຢືນຢັນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ; ພ້ອມທັງແບ່ງປັນກ່ຽວກັບວຽກງານພົວພັນຕ່າງປະເທດອຳນາດການປົກຄອງ, ພົວພັນແລກປ່ຽນປະຊາຊົນ, ການຕ່າງປະເທດຊາຍແດນ ແລະ ການສົມທົບກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມສະຫງົບປອດໄພຊາຍແດນ…

 

TAG
VOV/VOVworld/ລາວ​/ຫວຽດ​ນາມ/ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ