logo

ພ້ອມກັບທະຫານຢູ່ເຂດທະເລໝູ່ເກາະທາງທິດຕາເວັນຕົກສ່ຽງໃຕ້ ຫໍ່ເຂົ້າຕົ້ມຕ້ອນຮັບບຸນເຕັດ

2025/1/17 | 09:53:21
(VOVWORLD) - ເນື່ອງໃນໂອກາດຄະນະຜູ້ແທນບັນດາແຂວງ, ນະຄອນທາງພາກໃຕ້ ຫວຽດນາມ, ວິສາຫະກິດ ແລະ ອົງການສື່ມວນຊົນ ໄດ້ມາອວຍພອນບຸນເຕັດພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດເກາະ ນາມຢູ (ຕາແສງ ອານເຊີນ, ເມືອງ ກຽນຫາຍ, ແຂວງ ກຽນຢາງ), ທຸກຄົນໄດ້ພ້ອມກັນເຂົ້າຮ່ວມການເຄື່ອນໄຫວຫໍ່ເຂົ້າຕົ້ມ.
ການເຄື່ອນໄຫວຫໍ່ເຂົ້າຕົ້ມໄດ້ຈັດຢູ່ປ້ອມຣາດາ 600, ຂຶ້ນກັບກອງພັນໃຫຍ່ 551, ກອງບັນຊາການທະຫານເຮືອເຂດ 5.
ແຕ່ລະປີ, ບັນດາພະນັກງານ, ນັກຮົບປະຕິບັດໜ້າທີ່ຢູ່ເກາະ ລ້ວນແຕ່ຈັດການຫໍ່ເຂົ້າຕົ້ມເພື່ອຕ້ອນຮັບບຸນເຕັດ.
ປີນີ້, ການເຄື່ອນໄຫວຫໍ່ເຂົ້າຕົ້ມໄດ້ດຳເນີນໄປຢ່າງຟົດຟື້ນກວ່າ ຍ້ອນມີການເຂົ້າຮ່ວມຂອງ ຄະນະປະຕິບັດງານທີ່ມາຈາກເຂດດິນຕໍ່ແຜ່ນ ມາຢ້ຽມຢາມ, ອວຍພອນບຸນເຕັດ.
ຢູ່ປ້ອມຣາດາ, ເຊິ່ງຕັ້ງຢູ່ຈຸດສູງສຸດຂອງເກາະ, ພາບທີ່ທຸກຄົນພ້ອມກັນຫໍ່ເຂົ້າຕົ້ມ ໄດ້ສ້າງບັນຍາກາດອັນອົບອຸ່ນ.
ບັນດາພະນັກງານ, ທະຫານເຮືອ ໄດ້ສະແດງສີມືການຫໍ່ເຂົ້າຕົ້ມຂອງຕົນ.
ເອື້ອຍນ້ອງແມ່ຍິງບໍ່ຮູ້ຫໍ່ເຂົ້າຕົ້ມ ກໍ່ໄດ້ຊ່ວຍເອົາໃບຕອງ, ເຊືອກມັດ; ບໍ່ພຽງແຕ່ເທົ່ານັ້ນ, ບັນດາບັນດາອ້າຍທະຫານຍັງແນະນຳວິທີຫໍ່ເຂົ້າຕົ້ມໃຫ້ແກ່ເອື້ອຍນ້ອງອີກດ້ວຍ.
ແມ່ຍິງທາງທິດຕາເວັນຕົກພາກໃຕ້ຄົນໜຶ່ງ ໄດ້ຫໍ່ເຂົ້າຕົ້ມແບບຍາວມອບໃຫ້ບັນດາພະນັກງານ, ນັກຮົບຢູ່ແຫ່ງນີ້.
ການເຄື່ອນໄຫວຫໍ່ເຂົ້າຕົ້ມ, ນ້ຳໃຈຄວາມຮັກແພງທີ່ໃກ້ຊິດສະໜິດສະໜົມລະຫວ່າງທະຫານ ແລະ ປະຊາຊົນໄດ້ສະແດງອອກຢ່າງຈະແຈ້ງ.
ການເຄື່ອນໄຫວນີ້ໄດ້ຊ່ວຍໃຫ້ບັນດາພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ຢູ່ເຂດເກາະທີ່ຫ່າງໄກໄດ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນ.
ສິ່ງສຳຄັນທີ່ສຸດແມ່ນຊ່ວຍໃຫ້ບັນດານັກຮົບທີ່ຫາກໍ່ມາປະຕິບັດງານ ຮູ້ສຶກໄດ້ເຖິງບັນຍາກາດຂອງບຸນເຕັດ ແລະ ບັນເທົາການຄິດຮອດຄອບຄົວ, ກໍ່ຄືມີກຳລັງໃຈຕືື່ມອີກເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.
ພາຍຫຼັງຕົ້ມເຂົ້າຕົ້ມໃຫ້ສຸກແລ້ວ, ເຂົ້າຕົ້ມຈະໄດ້ວາງໄວ້ຢູ່ແທ່ນບູຊາປະເທດຊາດ, ນີ້ກໍ່ແມ່ນບັນຍາກາດບຸນເຕັດອັນອົບອຸ່ນຂອງອ້າຍທະຫານລຸງ ໂຮ່.
TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ