logo

ພາ​ຍຸ​ພັດ​ຖະຫຼົ່ມ ເອີ​ຣົບ, ຫຼາຍ​ປະ​ເທດ​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ

2026/1/10 | 08:45:18
(VOVWORLD) -   ມີພາຍຸຫຼາຍລູກໃນລະດູໜາວພວມພັດຖະຫຼົ່ມຢ່າງແຮງເຂົ້າພາກເໜືອ ແລະ ກາງກາງ ເອີຣົບ, ລົມພັດແຮງ ບວກກັບຫິມະຕົກໜັກ ເຮັດໃຫ້ລະບົບຄົມມະນາຄົມ, ການດຳເນີນຊີວິດ ແລະ ການບໍລິການສາທາລະນະຢູ່ຫຼາຍປະເທດຖືກຂາດວັກຂາດຕອນຢ່າງຮ້າຍແຮງ.
ພາຍຸ Elli ລະດູໜາວ ເຮັດໃຫ້ເກີດຫິມະຕົກໜັກ ແລະ ລົມພັດແຮງ ຢູ່  Hamburg, ເຢຍລະມັນ ໃນວັນທີ 09/01/2026 (ພາບ: REUTERS/Fabian Bimmer)

ຕາມບັນດາອົງການອຸຕຸນິຍົມແລ້ວ, ພາຍຸ Goretti ໄດ້ພັດຖະຫຼົມເຂົ້າ ອັງກິດ ແລະ ຝລັ່ງ ດ້ວຍລະດັບແຮງລົມຮັບຮູ້ຢູ່ເຂດ Manche, ຝລັ່ງ ແມ່ນ 216 ກິໂລແມັດ ຕໍ່ຊົ່ວໂມງ, ເຊິ່ງເປັນລະດັບຄວາມແຮງທີ່ບໍ່ຄ່ອຍເກີດຂຶ້ນໃນຫຼາຍປີຜ່ານມາ. ລົມແຮງເຮັດໃຫ້ຕົ້ນໄມ້ຫັກ, ເຮືອນເປ່ເພ ແລະ ໄຟຟ້າດັບໃນວົງກວ້າງ.

        ຢູ່ ຝລັ່ງ, ມີປະມານ 380.000 ຄອບຄົວບໍ່ມີໄຟຟ້າໃຊ້. ທ່າກ່ຳປັ່ນຫຼາຍແຫ່ງ ແລະ ເສັ້ນທາງແຄມທະເລ ຈຳເປັນຕ້ອງປິດປະຕູ. ຂະແໜງການບິນກໍຖືກຜົນກະທົບຢ່າງໜັກໜ່ວງ, ສະເພາະເດີ່ນບິນ Heathrow ຂອງ ລອນດອນ ມີຖ້ຽວບິນປະມານ 50 ຖ້ຽວຖືກຍົກເລີກ, ສົ່ງຜົນກະທົບຕໍ່ຜູ້ໂດຍສານນັບພັນຄົນ.

        ນອກຈາກເຂດຕເວັນຕົກເອີຣົບແລ້ວ, ສະພາບດິນຟ້າອາກາດຮ້າຍແຮງດັ່ງກ່າວຍັງໄດ້ສົ່ງຜົນກະທົບເຖິງເຂດຕາເວັນອອກເອີຣົບ ອີກດ້ວຍ.

TAG
VOV/VOVworld/ອົງການອຸຕຸນິຍົມ/ພາ​ຍຸ​ພັດ​ຖະຫຼົ່ມ ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ