logo

ພາ​ຍຸ​ລະ​ດູ​ໜາວ​ພັດ​ຖະຫຼົ່ມ​ປະ​ເທດ ອາ​ເມ​ລິ​ກາ

2026/1/25 | 11:20:07
(VOVWORLD) - ມີປະຊາຊົນກວ່າ 200 ລ້ານຄົນ ຢູ່ປະມານ ¾ ດິນແດນປະເທດ ອາເມລິກາ ພວມປະເຊີນໜ້າກັບພາຍຸລະດູໜາວທີ່ຮ້າຍແຮງແບບກະທັນຫັນ “ໂດຍມີລັກສະນະປະຫວັດສາດ” ເລີ່ມແຕ່ວັນທີ 23 ມັງກອນ (ຕາມເວລາທ້ອງຖິ່ນ) ພາໄປເຖິງເກີດຫິມະຕົກໜັກໃນວົງກວ້າງ.
(ພາບປະກອບ: REUTERS/Patrick Doyle)

ຕາມຕົວເລກຈາກເເວບໄຊຕິດຕາມຖ້ຽວບິນ FlightAware ແລ້ວ, ມີຫຼາຍກວ່າ 8.000 ຖ້ຽວ ຄາດວ່າຈະບິນໃນທ້າຍອາທິດນີ້ຖືກຍົກເລີກ. ອົງການພະຍາກອນອາກາດແຫ່ງຊາດ ອາເມລິກາ ຄາດຄະເນວ່າ, ນີ້ແມ່ນພາຍຸແຮງທີ່ສຸດ ແລະ ສົ່ງຜົນກະທົບໃນຂອບເຂດກວ້າງທີ່ສຸດນັບແຕ່ຕົ້ນລະດູໜາວ, ເຮັດໃຫ້ໄຟມອດໃນວົງກວ້າງ. ຢູ່ບັນດາລັດພາກກາງຕາເວັນຕົກ, ອຸນຫະພຸມຫຼຸດລົງລະດັບສະຖິຕິ ລົບ 40 ອົງສາ C ຫາ 41 ອົງສາ C. ສ່ວນໃຫຍ່ແມ່ນຢູ່ເຂດພາກໃຕ້ New England.

ອົງການຄຸ້ມຄອງສະພາວະສຸກເສີນ ສະຫະລັດ ໄດ້ກະກຽມອາຫານຈຳນວນ 7 ລ້ານພູດ, ຜ້າຫົ່ມ 600.000 ຜືນ ແລະ ຈັກປັ່ນໄຟຟ້າ 300 ເຄື່ອງ ເພື່ອຕອບສະໜອງໃຫ້ບັນດາເຂດຖືກປິດລ້ອມຢ່າງທັນການ.

TAG
VOV/VOVworld/ພາ​ຍຸ​ລະ​ດູ​ໜາວ​ທີ່​ຮ້າຍ​ແຮງ​ແບບ​ກະ​ທັນ​ຫັນ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ