logo

ພາລະກຳຂອງທູດພິເສດ Kofi Annan ແມ່ນ ກາລະໂອກາດສຸດທ້າຍ ໃຫ້ຊີຣີ

2012/3/26 | 12:13:29

ພາລະ​ກຳ​ຂອງ​ທູດ​ພິ​ເສດ Kofi Annan ​ແມ່ນ​ກາລະ​ໂອກາດ​ສຸ​ດທ້າຍ​ໃຫ້​ຊີຣີ


ທູດ​ພິ​ເສດ Kofi Annan
(ພາບ: xaluan.com)

(vovworld) - ວັນ​ທີ 25/3, ທ່ານ​ປະທານາທິບໍດີ​ລັດ​ເຊຍ Dmitry Medvedev ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຕໍ​ພາລະ​ກຳຂອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ອາຣັບ (ຫຼື AL) ທ່ານ Kofi Annan, ພ້ອມທັງ​ເນັ້ນ​ໜັກ​ວ່າ ພາລະ​ກຳ​ຂອງ​ທ່ານ Annan ອາດ​ຈະ​ແມ່ນ ”ກາລະ​ໂອກາດ​ສຸດ​ທ້າຍ” ​ເພື່ອ​​ໃຫ້ຊີຣີ ສະກັດ​ກັ້ນ​ສົງຄາມ​ກາງ​ເມືອງ​ທີ່​ນອງ​ເລືອດ. ​ໃນ​ຂະນະ​ນັ້ນ, ທ່ານ Kofi Annan ຖື​ວ່າ: ຊີຣີມີ​ໂອກາດ​ເພື່ອ​ຮ່ວມ​ມື ​ແລະ ​ໄກ່​ເກ່ຍ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຝ່າຍ​ຕ່າງໆ. ທ່ານ Kofi Annan ກໍ່​ສະ​ແດງ​ຄວາມ​ຫວັງວ່າ ລັດ​ເຊຍ ​ສືບ​ຕໍ​່ສວມ​ບົດບາດ​ຕັ້ງໜ້າ​ໃນ​ການ​ຮັບປະກັນ​ບັນດາ​ຝ່າຍ​ຢູ່​ຊີຣີ ປະຕິບັດ​ຂໍ້​ລິ​ເລີ່​ມສັນຕິພາບ​ທີ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສະໜັບສະໜູນ. ຂໍ້​ລິ​ເລີ່​ມສັນຕິພາບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮຽກຮ້ອງ​ປະທານາທິບໍດີ ຊີຣີ Bashar Al Assad ຖອນ​ບັນດາ​ກຳລັງ​ລັດຖະບານ​ອອກ​ຈາກ​ບັນດາ​ນະຄອນ​ເປັນຈຸດຮ້ອນ​ກ່ຽວ​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ, ພ້ອມ​ທັງ​ອະນຸຍາດ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຊ່ວຍ​​ເຫຼືອມະນູ​ດສະ​ທຳ​ໃຫ້​ແກ່​ປະຊາຊົນ​ນັບ​ໝື່ນໆ​ຄົນ​ທີ່​ພວ​ມຮັບ​ເຄາະ​ຮ້າຍຢູ່​ບັນດາ​ນະຄອນ​ນີ້. ຂໍ້​ລິ​ເລີ່​ມຮຽກຮ້ອງ​​ໃຫ້ມອບ​ໂອນ​ແກ່​ລັດຖະບານ​ມີ​ລັກສະນະ​​ເປັນ​ຕົວ​ແທນ​ສູງ​ກ່ວາ, ​ແຕ່​ວ່າ​ບົດບາດ​ຂອງ​ທ່ານ Assad ຍັງ​ບໍ່​ທັນ​​ເປັນຈະ​ແຈ້ງ​ເທື່ອ.

TAG
ທູດ​ພິ​ເສດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ