logo

ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ມີຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູມິດ ຫວຽດນາມ

2026/1/7 | 12:17:00
(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຈະສືບຕໍ່ມີລັດຖະນະໂຍບາຍບຸກທະລຸດ້ານລະບອບລະບຽບການ ແລະ ຈິນຕະນາການການພັດທະນາ
(ພາບປະກອບ: NVCC)

        ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ມີຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູມິດ ຫວຽດນາມ ທີ່ຈະຈັດຂຶ້ນໃນວັນທີ 19 – 25 ມັງກອນ 2026 ແລະ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະສ້າງບັນດາບາດກ້າວພັດທະນາໃໝ່, ຍົກສູງກຳລັງແກ່ງແຍ້ງໃຫ້ແກ່ປະເທດຊາດ.

        ບັນດາພໍ່ແມ່ປະຊາຊົນກໍ່ຕັ້ງຄວາມຫວັງວ່າ ກອງປະຊຸມໃຫຍ່ຈະສືບຕໍ່ປະກາດໃຊ້ນະໂຍບາຍຢ່າງແທດຈິງກວ່າກ່ຽວກັບການເສີມຂະຫຍາຍກຳລັງ, ພູມປັນຍາ ແລະ ບົດຮຽນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອພ້ອມກັນປະກອບສ່ວນນຳປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າໃນໄລຍະໃໝ່. ທ່ານ ເຈິ່ນບາຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະພານັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ, ຮອງປະທານສະມາຄົມວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ, ຢືນຢັນວ່າ:

          “ຂ້າພະເຈົ້າຫວັງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ຈະສືບຕໍ່ມີລັດຖະນະໂຍບາຍບຸກທະລຸດ້ານລະບອບລະບຽບການ ແລະ ຈິນຕະນາການການພັດທະນາ; ກຳນົດແຈ້ງບົດບາດຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ຄືດັ່ງບັນດາກຳລັງໜູນຫຼັກແຫຼ່ງເພື່ອຍົກສູງສະມັດຕະພາບ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ ໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ”.

TAG
VOV/VOVworld/ປະ​ກອບ​ສ່ວ​ນ/​ປະ​ເທດ​/ພັດ​ທະ​ນາ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ