logo

ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ລາຍເຈົາ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

2025/12/31 | 10:41:53
(VOVWORLD) - ຕາແສງ ທູລຸ້ມ ຍາມໃດກໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ກໍຄືຄວາມຄາດຫວັງພັດທະນາທ້ອງຖິ່ນໃນສັງກາດບຸກບືນ.
(ພໍ່ແມ່ປະຊາຊົນຢູ່ ທູລຸ້ມ)

        ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຕາແສງຊາຍແດນ ທູລຸ້ມ, ແຂວງ ລາຍເຈົາ ພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ເຊື່ອໝັ້ນວ່າ ເຫດການການເມືອງນີ້ຈະສ້າງຂີດໝາຍບາດລ້ຽວໃນການພັດທະນາປະເທດຊາດໃນສັງກາດໃໝ່.

        ໂດຍແມ່ນຕາແສງເຂດຫ່າງໄກຊອກຫຼີກ, ເຂດຊາຍແດນ ດ້ວຍປະຊາກອນກວ່າ 99% ແມ່ນພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍຄື ທູລຸ້ມ, ໃນໄລຍະຜ່ານມາ, ທາງທ້ອງຖິ່ນຍາມໃດກໍ່ນຳໜ້າໃນການປະຕິບັດບັນດາໜ້າທີ່ໂຄສະນາກ່ຽວກັບຂອງປະຊຸມໃຫຍ່ຜູ້ແທນຄັ້ງທີ 14 ຂອງພັກ. ທ່ານ ຫງວຽນເຈື່ອງຢາງ, ເລຂາຄະນະພັກຕາແສງ ທູລຸ້ມ, ແຂວງ ລາຍເຈົາ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຍູ້ແຮງການໂຄສະນາ, ຊາບຊຶມຄວາມໝາຍ, ຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງເລິກເຊິ່ງ, ກວ້າງຂວາງ, ຕິດກັບບັນດາຂະບວນການແຂ່ງຂັນ ດ້ວຍວຽກງານລະອຽດ, ແທດຈິງ. ພວກຂ້າພະເຈົ້າໄດ້ຂົນຂວາຍການຫັນປ່ຽນໂຄງປະກອບຜົນລະປູກ, ສັດລ້ຽງ, ປະຕິບັດບັນດາຂະບວນການທົ່ວປວງຊົນສາມັກຄີ ກໍ່ສ້າງຊົນນະບົດໃໝ່, ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ, ຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປ້ອງຄວາມໝັ້ນຄົງປະເທດຊາດໃຫ້ເປັນຢ່າງດີ”.

        ຕາແສງ ທູລຸ້ມ ຍາມໃດກໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ກໍຄືຄວາມຄາດຫວັງພັດທະນາທ້ອງຖິ່ນໃນສັງກາດບຸກບືນ. 

TAG
VOV/VOVworld/ປະ​ຊາ​ກອນ/ພໍ່​ແມ່/​ປະ​ຊາ​ຊົນ​/ເຜົ່າ​ສ່ວນ​ໜ້ອຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ