logo

ຟ້ອນ ແຊ່ ແລະ ຄວາມງາມຂອງວົງຄະນາຍາດ, ວັດທະນະທຳຊ​າວເຜົ່າ​ຜູ້ ໄທ ຢູ່ ເຂດໄຕບັກ

2022/1/7 | 10:41:00
(VOVWORLD) -ສິລະປະຟ້ອນແຊ່ຂອງຊາວເຜົ່າຜູ້ ໄທ ແມ່ນການດຳເນີນຊີວິດວັດທະນະທຳທີ່ເປັນເອກະລັກສະເພາະ, ເປັນສັນຍາລັກໃຫ້ແກ່ຊີວິດທາງດ້ານຈິດໃຈຂອງປະຊາຊົນເຜົ່າ ໄທ ຢູ່ ຫວຽດນາມ.
ສຳລັບວົງຄະນະຍາດເຜົ່າ ໄທ ຢູ່ເຂດ ໄຕບັກ (ໝາຍເຖິງ ທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ), ຟ້ອນແຊ່ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ໃນຊີວີດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍຫຼັງຊຸມມື້ທີ່ອອກແຮງງານຢ່າງລຳບາກ; ພ້ອມທັງເປັນການເຊື່ອມຕໍ່ທຸກຄົນໃຫ້ເຂົ້າໃກ້ກັນກວ່າ.
ສິລະປະຟ້ອນແຊ່ ຂອງຊາວເຜົ່າຜູ້ ໄທ ແມ່ນການດຳເນີນຊີວິດວັດທະນະທຳທີ່ເປັນເອກະລັກສະເພາະ, ເປັນສັນຍາລັກໃຫ້ແກ່ຊີວິດທາງດ້ານຈິດໃຈຂອງພໍ່ແມ່ປະຊາຊົມຊາວເຜົ່າຜູ້ ໄທ ຢູ່ ຫວຽດນາມ.
ປີ 2016, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດໃຊ້ເອກະສານເລກທີ 2715 ດ້ວຍການມອບໃຫ້ແຂວງ ອຽນບາຍ ເປັນປະທານ, ສົມທົບກັບບັນດາອົງການທີ່ມີໜ້າທີ່ ແລະ ແຂວງຕ່າງໆ ສ້າງເອກະສານລະດັບຊາດກ່ຽວກັບສິລະປະຟ້ອນແຊ່ ຂອງຊາວເຜົ່າຜູ້ ໄທ ຍື່ນສະເໜີຕໍ່ອົງການ UNESCO ຈົດຊື່ເຂົ້າໃນບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ.
ແຕ່ປີ 2016-2020, ແຂວງ ອຽນບາຍ ໄດ້ເປັນເຈົ້າການສົມທົບກັບສະຖາບັນວັດທະນະທຳສິລະປະແຫ່ງຊາດ ຫວຽດນາມ ແລະ ບັນດາແຂວງ ເຊີນລາ, ລາຍເຈົາ, ດ້ຽນບຽນ ຈັດການສຳຫຼວດ, ສ້າງ ແລະ ຮຽບຮຽງສຳເນົາເອກະສານສິລະປະຟ້ອນແຊ່ ຂອງຊາວເຜົ່າຜູ້ ໄທ.
ທີ່ວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄັ້ງທີ 16 ຂອງອົງການ UNESCO ເຊິ່ງດຳເນີນຢູ່ ປາຣີ (ຝລັ່ງ) ໃນຕອນບ່າຍວັນທີ 15 ທັນວາ, ອົງການ UNESCO ໄດ້ຈົດຊື່ມໍລະດົກວັດທະນະທຳສິລະປະຟ້ອນແຊ່ ຊາວເຜົ່າຜູ້ ໄທ ຂອງ ຫວຽດນາມ ເຂົ້າບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ.
ສິລະປະຟ້ອນແຊ່ທາຍ ໄດ້ກຳເນີດມາຈາກຂະບວນການອອກແຮງງານຂອງປະຊາຊົນຊາວເຜົ່າຜູ້ ໄທ ແລະ ຄ່ອຍໆກາຍເປັນສິ່ງຕິດພັນກັບບັນດາຊົນເຜົ່າຢູ່ເຂດພູສູງ ໄຕບັກ. ຟ້ອນແຊ່ມີຫຼາຍປະເພດຄື: ແຊ່ວົງມົນ, ແຊ່ພິທີກຳ, ແຊ່ສະແດງ… ແຕ່ວ່າ ການຟ້ອນ ແຊ່ມົນແມ່ນນິຍົມກວ່າໝູ່.
ທ່າຟ້ອນແຊ່ເກັບດອກໄມ້, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ຕົ້ນໄມ້ໃບຫຍ້າຂະຫຍາຍຕົວຕີ, ໃຜໆກໍ່ມີສຸຂະພາບເຂັ້ມແຂງ, ອີ່ມໜຳສຳລານ, ສົມບູນພູນສຸກ
ຟ້ອນແຊ່ ຂອງຊາວເຜົ່າຜູ້ ໄທ ໄດ້ກາຍເປັນສັນຍາລັກຂອງນ້ຳໃຈຮັກແພງແຂກຄົນ ແລະ ປຽບເໝືອນດັ່ງຂີດໝາຍວັດທະນະທຳສຳຄັນຂອງຊາວເຜົ່າຜູ້ ໄທ ຢູ່ເຂດ ໄຕບັກ, ຫວຽດນາມ.
ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລ້ວ, ຟ້ອນແຊ່ຂອງຊາວເຜົ່າຜູ້ ໄທ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳໂລກນັ້ນ ໄດ້ເປັນການຢັ້ງຢືນສີສັນວັດທະນະທຳ, ຮີດຄອງປະເພນີທີ່ອຸດົມສົມບູນ, ຄວາມຜູກພັນວົງຄະນະຍາດຂອງຊາດ ຫວຽດນາມ.
ເລື່ອງ UNESCO ຈົດຊື່ຟ້ອນແຊ່ ຂອງຊາວເຜົ່າຜູ້ ໄທ ເຂົ້າໃນບັນຊີມໍລະດົກວັດທະນະທຳໄດ້ເປັນການຢືນຢັນສີສັນວັດທະນະທຳທີ່ອຸດົມສົມບູນຂອງຊາດ ຫວຽດນາມ, ຄວາມຜູກຜັນຂອງວົງຄະນະຍາດຊຸມຊົນ ເປັນກາກຍົກສູງ, ເຄົາລົບວັດທະນະທຳທີ່ຫຼາກຫຼາຍຮູບແບບຂອງວົງຄະນະຍາດ ແລະ ບັນດາເຜົ່າ ຫວຽດນາມ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ