logo

ຟານຣາງ - ທາດຈຳ , ສະຖານທີ່ 2 ແຫ່ງບໍ່ຄວນພາດໂອກາດແວ່ຢາມ

2020/11/7 | 16:47:12

(VOVWORLD) -ຖ້ຫາກວ່າ ຢາກລົງຢ້ຽມຊົມຕົຈິງບັນດາຫາດຊາຍທີ່ຫົກເຮື້ອ ດ້ວຍທິວທັດທຳມະຊາດທີ່ສວຍງາມ ບໍ່ອາດພາດໂອກາດແວ່ຢາມຟານຣາງ - ທາດຈຳ

ສະຖານທີ່ທຳອິດແມ່ນ ອ່າວ ວິງຮີ, ໂດຍນອນຢູ່ຫ່າງຈາກໃຈກາງນະຄອນຟານຣານ ປະມານ 20 ກິໂລແມັດ, ເພື່ອນສາມາດມານີ້ດ້ວຍລົດຈັກ ຫຼື ລົດໂອໂຕກໍ່ໄດ້. ເພື່ອນຄວນຂີ່ລົດຈັກ ເພື່ອຮູ້ສຶກໄດ້ເຖິງຄວາມງາມຂອງເສັ້ນທາງແຄມທະເລທີ່ງາມທີ່ສຸດຢູ່ ຫວຽດນາມນີ້.
ແຕ່ ວິງຮີ, ໄປອີກພຽງແຕ່ 5 ກິໂລແມັດ ເພື່ອນຈະຮອດຖ້ຳ ຣ໊າຍ. ສຳລັບຜູ້ທີ່ມີຄວາມຮັກແພງຕໍ່ທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ບໍ່ອາດພາດໂອກາດແວ່ຢາມສະຖານທີ່ດັ່ງກ່າວ, ເຊິ່ງໄດ້ຮັບຖືວ່າແມ່ນໜຶ່ງ ໃນບັນດາທິວທັດທຳມະຊາດພິເສດຢູ່ທະເລ ຂອງ ຫວຽດນາມ.
ວົງການນັກຖ່າຍຮູບໄດ້ເອີ້ນສະຖານທີ່ນີ້ວ່າ “ຫົວໃຈຂອງທະເລ”
ທິວທັດທຳມະຊາດຂອງ ອ່າວວິງຮີ.
ຖ້າຫາກມາຢາມ ຟານຣາມ - ທາບຈຳແລ້ວ ເພື່ອນຕ້ອງໄປຢ້ຽມຊົມ ທາດ Poklong Garai ໂດຍນອນຢູ່ຈອມພູ ເຈົ່າ ຫ່າງຈາກໃຈກາງນະຄອນຟານຣາງ 7 ກິໂລແມັດໄປທາງທິດຕາເວັນຕົກ, ທາດນີ້ ແມ່ນກຸ່ມທາດ ໂດຍເຈົ້າຊີວິດ ເຈ໊ເມີນ ໃຫ້ກໍ່ສ້າງ ໃນສະຕະວັດທີ XIII ເພື່ອບູຊາ ເຈົ້າຊີວິດ Poklong Garai, ຊຶ່ງເປັນເຈົ້າຊີວິດທີ່ຖືກຊາວຈຳສ້າງເປັນເທບນິຍາຍ.
ທາດ Poklong Garai ແມ່ນກຸ່ມທາດລວມມີ 3 ທາດ: ທາດຫຼັກ ເພື່ອບູຊາເຈົ້າຊີວິດ, ທາດປະຕູໂຂງ ຢູ່ທາງທິດຕາເວັນອອກ ແລະ ທາດໄຟຢູ່ທາງທິດໃຕ້ມີຊາຍຄາຮູບເຮືອ.
ມີກຳແພງອ້ອມຮອບກຸ່ມທາດດັ່ງກ່າວ, ກຳແພງນີ້ແມ່ນໂຄງການທີ່ມີຄຸນຄ່າທາງດ້ານສິລະປະສະຖາປັດຕະຍາກຳ ແລະ ປະຕິມາກຳ.
ຮູບບັ້ນຈຳລອງ ເຈົ້າຊີວິດ Poklong Garai ໃນຫໍພິພິທະພັນວັດທະນະທຳຈຳ.
ເຂດດິນແດນ ຟານຣາງ - ທາດຈຳກໍ່ມີຊື່ສຽງດ້ວຍອາຊີບເຮັດເຄື່ອງປັ້ນດິນເຜົາຂອງໝູ່ບ້ານ ເບົາຈຸກ ໂດຍແມ່ນໜຶ່ງໃນ 3 ໝູ່ບ້ານ ອາຊີບເຮັດເຄື່ອງປັ້ນດິນເຜົາເກົ່າແກ່ທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ເຄື່ອງດົນຕີພື້ນເມືອງ ຂອງຊາວຈຳຢູ່ຫໍພິພິທະພັນວັດທະນະທຳຈຳ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ