logo

ມີ​ກຳ​ມະ​ກອນ​ນັບ​ພັນ​ຄົນ ຕ້ອງ​ເຮັດ​ວຽນ​ໝ​ວຽກ​ຕະຫຼອດ​ບຸນ​ເຕັດ ຢູ່​ສະ​ຖານ​ທີ່​ກໍ່​ສ້າງ APEC ຝຸກວັກ

2026/2/13 | 07:54:13
(VOVWORLD) - ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນ ຝຸກວັກ, 1 ໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດ ເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026.
ມີກຳມະກອນນັບພັນຄົນ ຕ້ອງເຮັດວຽນໝວຽກຕະຫຼອດບຸນເຕັດ ຢູ່ສະຖານທີ່ກໍ່ສ້າງ APEC ຝຸກວັກ
(ພາບ: VOV)

ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2026, ຢູ່ບັນດາກິດຈະກຳກໍ່ສ້າງ APEC ເຂດພິເສດ ຝຸກວັກ, ແຂວງກຽນຢາງ, ມີກຳມະກອນນັບພັນຄົນຍັງເຮັດວຽກ, ກໍ່ສ້າງຕະຫຼອດບຸນເຕັດຢູ່ສະຖານທີ່ກໍ່ສ້າງ, ດ້ວຍຄວາມຕັດສິນໃຈຢ່າງສູງໃນການຮັບປະກັບຄວາມຄືບໜ້າຂອງບັນດາໂຄງການຈຸດສຸມເພື່ອຮັບໃຊ້ APEC 2027. ໂຄງການລົງທຶນເປີດກວ້າງທ່າອາກາດສະຍານສາກົນ ຝຸກວັກ, 1 ໃນບັນດາໂຄງການຈຸດສຸມແຫ່ງຊາດເພື່ອຮັບໃຊ້ APEC 2027, ໄດ້ຮຽກຮ້ອງຄວາມຄືບໜ້າທີ່ເຂັ້ມງວດ ເມື່ອຕ້ອງກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2026 ເພື່ອບັນລຸໄດ້ຜົນສຳເລັດທີ່ມະຫັດສະຈັນ ໃນການກໍ່ສ້າງຂົງເຂດການບິນ. ດັ່ງນັ້ນ, ໃນໄລຍະພັກບຸນປີໃໝ່ປະຈຳຊາດ, ໂຄງການຍັງສືບຕໍ່ກໍ່ສ້າງຄືປົກກະຕິ ໂດຍມີກຳມະກອນ ເກືອບ 1450 ຄົນ, ພະນັກງານເຕັກນິກ, ພະນັກງານຂອງຜູ້ຮັບເໝົາ, ທີ່ປຶກສາຕິດຕາມໂຄງການ ແລະ ຄະນະຄຸ້ມຄອງ ໂຄງການ 150 ຄົນ.

TAG
VOV/VOVworld/APEC/ຝຸກວັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ