logo

ມີຄົນລຸ້ນໃໝ່ນິຍົມວາດຟ້ອນແຊ

2023/1/30 | 10:00:00
(VOVWORLD) -  ສິລະປະຟ້ອນແຊເຜົ່າຜູ້ໄທແມ່ນໜຶ່ງໃນບັນດາຄວາມເອກອ້າງທະນົງໃຈ ຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ເຂດເຕິຍບັກໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອເວົ້າສະເພາະ ແລະ ຂອງຫວຽດນາມເວົ້າລວມ. ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດເຊິ່ງອົງການUnescoໄດ້ເຊີດຊູເມື່ອປີ 2021.  ພ້ອມກັບບັນດານັກສິລະປະການທີ່ມີອາຍຸສູງ, ວາດຟ້ອນແຊໄດ້ ແລະພວມໄດ້ຮັບການຮັກສາອະນຸລັກຈາກຄົນລຸ້ນຫຼັງ ອັນໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ຊົນເຜົ່າຜູ້ໄທ ເພື່ອໃຫ້ວາດຟ້ອນແຊຍືນຍົງຄົງຕົວກັບການເວລາ

ຢູ່ເຫງຍໂລະມີຫຼາຍລຸ່ນຄົນນິຍົມວາດຟ້ອນແຊ, ໃນນັ້ນມີໄວໜຸ່ມ

      ຢູ່ເທດສະບານເມືອງເຫງຍໂລະແຂວງອຽນບ໊າຍໃນປັດຈຸບັນມີປະມານ 200 ກອງສິລະກອນມະຫາຊົນ. ໃນບັນດາກອງສິລະປະກອນນີ້ ເກືອບທັງໝົດແມ່ນພວກນາງສາວໜຸ່ມທີ່ມີຄວາມເມົາມົວກັບວາດຟ້ອນແຊ. ນ້ອງເລື່ອງທິມິງ ອາຍຸ 16 ປີ ສັງກັດກອງສິລະປະກອນບ້ານດຽວສອງຕາແສງ ເຫງຍອານແບ່ງປັນວ່າ:

     “ສິລະປະຟ້ອນແຊກໍ່ຄືບັນດາວາດຟ້ອນອື່ນໆ ຖ້າຫາກຟ້ອນງາມ, ມີຄວາມອ່ອນໂຍນບໍ່ພຽງແຕ່ໃຊ້ຈັງຫວະຟ້ອນເທົ່ານັ້ນຫາກຍັງມີຈິດວິນຍານອີກດ້ວຍ, ດັ່ງນັ້ນນອກຈາກການຝຶກແອບຢ່າງເປັນປະຈຳ ພວກນ້ອງກໍ່ຕ້ອງຮັບຟັງພວກແມ່ປ້າພວກເອື້ອຍເລົ່າສູ່ຟັງ ຈຶ່ງສາມາດເຂົ້າໃຈເລິກເຊິ່ງກ່ຽວກັບຄວາມໝາຍຂອງບັນດາວາດຟ້ອນແຊບູຮານ ເພື່ອວ່າໃນເວລາສະແດງກໍ່ສາມາດແນະນຳໄດ້ເຖິງສີສັນວາດຟ້ອນກໍ່ຄື ຂະຫຍາຍເປັນວາດຟ້ອນແຊມີລັກສະນະສິລະປະສູງກວ່າ”.

         ນັກສິລະປະການດຽວທິຊຽງ ອາຍຸ 42 ປີຢູ່ຕາແສງເຫງຍອານເທດສະບານເມືອງເຫງຍໂລະ ເຊິ່ງແມ່ນຜູ້ໄດ້ສຸມຈິດສຸມໃຈຖ່າຍທອດບອກສອນແລະຮັກສາບັນດາວາດຟ້ອນແຊຜ່ານໄລຍະ 10 ປີມານີ້ ນາງໃຫ້ຮູ້ວ່ານອກຈາກສອນ 6 ວາດຟ້ອນແຊບູຮານ, ບັນດານັກສິລະປະການຍັງສອນໃຫ້ໄວໜຸ່ມກ່ຽວກັບວາດຟ້ອນແຊທຳມະດາເຄີຍສະແດງໃນຊີວິດປະຈຳວັນ. ພວກນ້ອງນ້ອຍເມື່ອມາຮຽນແມ່ນຕ້ອງການມີຄວາມຮັກຕໍ່ວາດຟ້ອນແຊແລະມີຄວາມດູໝັ່ນຝຶກແອບເທົ່ານັ້ນກໍ່ຈະສາມາດຟ້ອມໄດ້ດີ. ນາງຊຽງໃຫ້ຮູ້ວ່າ:

       “ໂດຍໄດ້ຮຽນຈາກປູ່ຍ່າ, ຂ້າພະເຈົ້າສາມາດເຂົ້າໃຈແລະກຳແໜ້ນວິທີຟ້ອນ. ຂ້າພະເຈົ້າຢ້ານວ່າວາດຟ້ອນແຊຈະຖືກສູນຫາຍໄປດັ່ງນັ້ນ ຂ້າພະເຈົ້າກໍ່ຢາກຖ່າຍທອດໃຫ້ແກ່ພວກນ້ອງນ້ອຍ. ແຕ່ລະເທື່ອຂ້າພະເຈົ້າກໍ່ໄດ້ສອນພວກນ້ອງນ້ອຍແຕ່ 15 ຫາ 16 ຄົນ. ພວກອ້າຍເອື້ອຍຄູກໍ່ໃຫ້ການຊ່ວຍເຫຼືອຢ່າງສຸດໃຈສ້າງເງື່ອນໄຂໃຫ້ແກ່ພວກຫຼານມາຮຽນໃນເວລາເລີກຮຽນຈາກໂຮງຮຽນ. ດັ່ງນັ້ນ, ພວກຫຼານກໍ່ດີໃຈທີ່ສຸດ”.

       ນອກຈາກການຖ່າຍທອດຂອງບັນດານັກສິລະປະການ,ໃນຊຸມປີທີ່ຜ່ານມາ ເທດສະບານເຫງຍໂລະໄດ້ນຳ 6 ວາດຟ້ອນແຊບູຮານ ຂອງເຜົ່າຜູ້ໄທເຂົ້າໃນຫຼັກສູດການສອນນອກລະບົບໃຫ້ແກ່ນັກຮຽນ ຜ່ານນັ້ນກໍ່ສາມາດປຸກລຸກຄວາມຮັກແລະ ຄວາມຮັບຜິດຊອບອະນລັກຮັກສາສີສັນວັດທະນະທຳບັນດາເຜົ່າໃນໄວໜຸ່ມ ປະກອບສ່ວນຍົກສູງຄຸນນະພາບການສຶກສາຢ່າງຮອບດ້ານ. ເອື້ອຍຄູຟ້າມທິແທັງຮຽນ ສັງກັດໂຮງຮຽນມັດທະຍົມຕອນຕົ້ນຫຼີຕຶຈ້ອງເທດສະບານເຫງຍໂລະໃຫ້ຮູ້ວ່າ:

     “ອາດຈະເຫັນໄດ້ວ່າ ພວກນ້ອງຕ່າງກໍ່ມີຄວາມຊົມຊອບວາດຟ້ອນແຊ,ພວກນ້ອງຮຽນໄວທີ່ສຸດ. ໃນບັນດາການເຄື່ອນໄຫວນີ້ ພວກຂ້າພະເຈົ້າກໍ່ໄດ້ຮັບການໜູນຊ່ວຍຈາກບັນດານັກສິລະປະການ, ເຂົາເຈົ້າໄດ້ສະຫຼະເວລາແລະອຸທິດເຫື່ອແຮງເພື່ອຖ່ານທອດໃຫ້ພວກຫຼານ.ຜ່ານໄລຍະເວລາກໍ່ອາດເວົ້າໄດ້ວ່າພວກນ້ອງນັກຮຽນເກືອບທັງໝົດຂອງໂຮງຮຽນກໍ່ລ້ວນແຕ່ຮູ້ຟ້ອນແຊແລະສາມາດເຂົ້າຮ່ວມໃນງານແຂ່ງຂັນຕ່າງໆ”.

     ທ່ານເລືອງແມັ້ງຮ່າ ຮອງປະທານຄະນະກຳມະການປະຊາຊົນເທດສະບານເຫງຍໂລະໃຫ້ຮູ້ວ່າ:

      “ທາງເທດສະບານເຫງຍໂລະຂອງພວກຂ້າພະເຈົ້າຍັງຈະສືບຕໍ່ເສີມຂະຫຍາຍການຖ່າຍທອດວາດຟ້ອນແຊໃນໂຮງຮຽນ. ສືບຕໍ່ພັດທະນາແລະສ້າງບັນດາກອງສິລະປະກອນຟ້ອນແຊຢູ່ບ້ານຕ່າງໆ ເພື່ອເສີມຂະຫຍາຍຈຸດວັດທະນະທຳເປັນເອກະລັກສະເພາະຂອງເຜົ່າຜູູ້ໄທ”.

     ສຳລັບໄວໜຸ່ມທີ່ຂະຫຍັນຂັນເຄື່ອນມີຄວາມຮັກ ແລະຖະຫນຸຖະໜອມສີສັນວັດທະນະທຳຂອງເຜົ່າຕົນ, ວາດຟ້ອນແຊທີ່ເປັນເອກະລັກສະເພາະຢູ່ເຂດເຕິຍບັກເວົ້າລວມ ແລະ ຢູ່ ເຫງຍໂລະເວົ້າສະເພາະຍິ່ງມີພື້ນຖານ ເພື່ອຍືນຍົງຄົງຕົວກັບການເວລາ
TAG
VOV/VOVworld/ຟ້ອນ​ແຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ