ທ່ານ Sim Chy ປະທານ ສະມາຄົມຊາວຂະແມ - ຫວຽດນາມ ອາໄສ ຢູ່ ກໍາປູເຈຍ ຕອບສໍາພາດນັກຂ່າວສໍານັກຂ່າວສານຫວຽດນາມ (ພາບ: TTXVN) |
ການເຄື່ອນໄຫວດັ່ງກ່າວ ແມ່ນນອນໃນຂອບເຂດການໜູນຊ່ວຍຄັ້ງທີ 3 ຂອງໂຄງການໜູນຊ່ວຍດ່ວນ ໂດຍສະຖານທູດຫວຽດນາມ ປະຈໍາ ກໍາປູເຈຍ ສົມທົບກັບສະມາຄົມຊາວຂະແມ - ຫວຽດນາມ ອາໄສ ຢູ່ ກໍາປູເຈຍ ປະຕິບັດ ເພື່ອແນໃສ່ໜູນຊ່ວຍປະຊາຄົມຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ໃນຈຸດເວລາທີ່ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຊີວິດສັງຄົມ ກໍາປູເຈຍ.
ໄລ່ມາຮອດປັດຈຸບັນ ມີປະມານ 3000 ຄອບຄົວ ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ໃນທົ່ວປະເທດກໍາປູເຈຍ ໄດ້ຮັບຂອງຂວັນຊ່ວຍບັນເທົາທຸກດັ່ງກ່າວ. ບັນດາຂອງຂວັນແຫ່ງສາຍຈິດມິດໃຈເຫຼົ່ານີ້ ແມ່ນການປະກອບສ່ວນ, ການຮ່ວມແຮງຮ່ວມໃຈຂອງບັນດາອົງການ, ຄະນະ, ຂະແໜງການຂອງຫວຽດນາມ, ບາງແຂວງຕິດກັບຊາຍແດນ ແລະ ບັນດາວິສາຫະກິດທີ່ມີນໍ້າໃຈໂອບອ້ອມອາລີ




