logo

ມຸ່ງ​ໄປ​​ເຖິງ​ວິ​ໄສ​ທັດ​ສ້າງ​ປະຊາ​ຄົມ ອາຊຽນ ປາສະຈາກ​ຢາ​ເສບ​ຕິດ

2020/6/29 | 10:33:00
(VOVWORLD) -ກອງປະຊຸມອອນລາຍ ສະມັດຊາທີ່ປຶກສາສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ກ່ຽວກັບໄພອັນຕະລາຍຂອງຢາເສບຕິດຄັ້ງທີ 3 ຖືກດໍາເນີນໃນຕອນເຊົ້າວັນທີ 29 ມິຖຸນາ.
ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ (ພາບ: TTXVN)

        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢັ້ງຢືນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດໃນທົ່ວໂລກ ແລະ ພາກພື້ນ. ທ່ານນາງກ່າວວ່າ:

        “ປີນີ້, ສະພາແຫ່ງຊາດຫວຽດນາມ ໄດ້ເລືອກຫົວຂໍ້ຂອງກອງປະຊຸມແມ່ນ “ຫັນຄໍາເວົ້າເປັນການກະທໍາ ມຸ່ງໄປເຖິງປະຊາຄົມ ອາຊຽນ ປາສະຈາກຢາເສບຕິດ” ແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ AIPA ສ້າງ ອາຊຽນ ສະໜິດຕິດພັນ ແລະ ຮັບມືໃນຂົງເຂດປ້ອງກັນ, ຕ້ານຢາເສບຕິດ. ຍຸດທະສາດປ້ອງກັນ, ຕ້ານຢາເສບຕິດ ຕ້ອງໄດ້ຮັບການດັດປັບໃຫ້ສອດຄ່ອງກັບສະພາບການໃໝ່, ໃນນັ້ນ ຖືມະນຸດເປັນໃຈກາງ, ເປີດກວ້າງຂອບຂະໜາດ, ຂອບເຂດຂອງບັນດາໂຄງການບໍາບັດປິ່ນປົວຜູ້ຕິດຢາເສບຕິດ ລວມທັງບັນດາໂຄງການເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່, ຊ່ວຍໃຫ້ຜູ້ຕິດຢາເສຍຕິດ ໄດ້ເຊື່ອມຕົວເຂົ້າກັບສັງຄົມ ແລະ ສ້າງຊີວິດໃໝ່ ໂດຍປາສະຈາກຢາເສບຕິດ”.

TAG
VOV/VOVworld/AIPA/ປາສະຈາກຢາເສບຕິດ/​ ບໍາບັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ