ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 162 ຄົນໃນເຫດບຸກໂຈມຕີຢູ່ໝູ່ບ້ານ Woro, ລັດ Kwara, ປະເທດ ນີເຊຣີ ໃນຕອນຄ່ຳວັນທີ 3 ກຸມພານີ້ແມ່ນໜຶ່ງໃນບັນດາເຫດບຸກໂຈມຕີຮ້າຍແຮງທີ່ສຸດຢູ່ ນີເຊຣີ ໃນຊຸມເດືອນມໍ່ໆມານີ້. ປັດຈຸບັນ ກຳລັງເຈົ້າໜ້າທີ່ພວມຄົ້ນຫາຜູ້ລອດຊີວິດ. ການບຸກໂຈມຕີໄດ້ເກີດຂຶ້ນພາຍຫຼັງກອງທັບ ນີເຊຣີ ດຳເນີນບັນດາບັ້ນການທະຫານຢູ່ເຂດນີ້ ເພື່ອແນໃສ່ຮັບມືກັບຄວາມສ່ຽງ “ກໍ່ການຮ້າຍ”. ມີຫຼາຍທ້ອງຖິ່ນຂອງ ນີເຈເຣີຍ ພວມປະເຊີນໜ້າກັບສະພາບການໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງເຖິງບັນດາກຸ່ມປະກອບອາວຸດ ກຸ່ມໂຈນປຸ້ນຈີ່ບັນດາໝູ່ບ້ານ ແລະ ລັກພາຕົວຮຽກຄ່າໄຖ່. ເພື່ອຮັບມືກັບສະພາບການຂາດສະຖຽນລະພາບ, ກອງທັບ ນີເຊຣີໄດ້ເພີ່ມທະວີບັນດາບັ້ນການທະຫານຕ້ານຄືນບັນດາກຸ່ມກໍ່ການຮ້າຍ ແລະ ກຸ່ມປະກອບອາວຸດອື່ນໆ.




