ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງ (ພາບ: nongnghiepmoitruong.vn) |
ບັນດາຜູ້ແທນຕັດແຖບຜ້າໄຂງານບຸນ (ພາບ: nongnghiepmoitruong.vn) |
ປີ 2025 ສ້າງຂີດໝາຍແມ່ນປີທີ 3 ທີ່ງານບຸນໝາກກ້ຽງເວິນດົນໄດ້ຮັບການຈັດຕັ້ງ, ແນໃສ່ສືບຕໍ່ເຊີດຊູຄຸນຄ່າຂອງອາຊີບປູກໝາກກ້ຽງ; ພ້ອມທັງເພີ່ມທະວີການໂຄສະນາ, ແນະນຳ ແລະ ເປີດກວ້າງໂອກາດສົ່ງເສີມການຄ້າ, ບໍລິໂພກສິນຄ້າ, ນໍາເຄື່ອງໝາຍໝາກກ້ຽງ ເວິນດົນ ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກທັງຢູ່ພາຍໃນ ແລະ ນອກແຂວງຫຼາຍກວ່າ. ງານບຸນກໍແມ່ນກິດຈະກຳຕອບສະໜອງບັ້ນກະຕຸ້ນການທ່ອງທ່ຽວປີ 2025 ຂອງແຂວງ ກວາງນິງ, ພ້ອມທັງສະເຫຼີມສະຫຼອງ 77 ວັນແຫ່ງວັນສ້າງຕັ້ງ ເວິນດົນ (26/12/1948 – 26/12/2025).




