logo

ມີຫຼາຍ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍຖືກ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

2026/2/3 | 06:16:03
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026), ຫຼາຍທ້ອງຖິ່ນໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູຸ້ບຸນຄຸນຕໍ່ບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ຈັດຕັ້ງການພົບປະສັງສັນ, ມອບຫຼຽນກາພັກ.
ພະແນກຊົນເຜົ່າ ແລະ ສາສະໜາແຂວງ ເຕີຍນິງ ສົມທົບກັບຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບ ຈ່າຫວໍ (ພາບ: TTXVN)

ຕອນບ່າຍວັນທີ 2 ກຸມພາ, ພະແນກຊົນເຜົ່າ ແລະ ສາສະໜາແຂວງ ເຕີຍນິງ ສົມທົບກັບຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບ ຈ່າຫວໍ (ຕາແສງ ແທ້ງດຶກ). ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນຈະສືບຕໍ່ເຄົາລົບນັບຖື, ອະນຸລັກຮັກສາ ແລະ ສືບທອດໃຫ້ຄົນລຸ້ນຫຼັງກ່ຽວກັບຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ຖືນີ້ແມ່ນຄວາມຮັບຜິດຊອບ, ແມ່ນຄວາມເອກອ້າງທະນົງໃຈ ເພື່ອຂຽນຕໍ່ບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງບ້ານເກີດເມືອງນອນ ແລະ ປະເທດຊາດ.

ຕອນບ່າຍຂອງວັນດຽວກັນ, ຄະນະພັກແຂວງ ເຊີນລາ ກໍໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 96 ປີ; ພົບປະພະນັກງານນັກປະຕິວັດອາວຸໂສ, ພະນັກງານກ່ອນໄລຍະລຸກຮື້ຂຶ້ນ, ການນຳແຂວງ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີ 2026; ປຸກລະດົມການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ.

TAG
VOV/VOVworld/ອຳນາດການປົກຄອງທ້ອງຖິ່ນ/ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ຄົບ​ຮອບ 96 ປີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ