logo

ມອບ​ຂອງ​ຂວັນ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໃຫ້​ແກ່​ພໍ່​ແມ່​ຊາວ ຫວຽດ​ນາມ ຢູ່ 04 ແຂວງພາກ​ໃຕ້​ຂອງ​ລາວ

2023/6/3 | 09:21:49
(VOVWORLD) - ວັນທີ 02 ມິຖຸນາ, ຢູ່ນະຄອນ ປາກເຊ, ແຂວງ ຈຳປາສັກ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ຈັດພິທີມອບຂອງຂວັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ 04 ແຂວງພາກໃຕ້ຂອງລາວ. 
ພິທີມອບຂອງຂວັນ (ພາບ: VOV)

ຂອງຂວັນຂອງທ່ານປະທານສະພາແຫ່ງຊາດລວມມີ ອຸປະກອນການຮຽນການສອນ 2 ໂຕນ ເພື່ອຮັບໃຊ້ການສອນພາສາ ຫວຽດ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ຢູ່ 04 ແຂວງພາກໃຕ້ລາວ, ລວມມີ ຈຳປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຈູງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ເນັ້ນໜັກວ່າ ນີ້ແມ່ນຄວາມເອົາໃຈໃສ່ຂອງການນຳພັກ, ລັດ, ພິເສດແມ່ນຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ທີ່ມີຕໍ່ປະຊາຄົມ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ 4 ແຂວງ ດັ່ງກ່າວ. ນີ້ກໍແມ່ນການພິສູດໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ “ພັກ ແລະ ລັດ ຫວຽດນາມ ທີ່ຍາມໃດກໍຖືປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້”.

TAG
VOV/VOVworld/ປະ​ທານ​ສະ​ພາ​ແຫ່ງ​ຊາດ/ປະ​ຊາ​ຄົມ​ຊາວ ຫວຽດ​ນາມ/ພາກ​ໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ