logo

ມອບຂອງຂວັນໃຫ້ແກ່ ບັນດາເປົ້່າໝາຍນະໂຍບາຍໃຫ້ສໍາເລັດກ່ອນ ວັນທີ 31 ທັນວາ 2025

2025/12/29 | 08:38:00
(VOVWORLD) - ມະຕິຂອງລັດຖະບານສະເໜີຜູ້ໄດ້ຮັບຂອງຂວັນຈາກພັກ-ລັດແມ່ນ: ຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດຕາມລະບຽບການຢູ່ໃນດຳລັດ ເລກທີ 20/2021/NĐ-CP ວັນທີ 15 ມີນາ 2021 ຂອງລັດຖະບານ. 
(ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ເຊັນໂທລະເລກທາງການວັນທີ 28 ທັນວາ 2025 ກ່ຽວກັບ ການມອບຂອງຂວັນຂອງພັກ-ລັດ ເນື່ອງໃນໂອກາດ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກ ແລະ ປີໃໝ່ 2026 ໃຫ້ແກ່ຄົນທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ຜູ້ໄດ້ຮັບການຊ່ວຍເຫຼືອສັງຄົມ, ຜູ້ທີ່ໄດ້ຮັບເງິນບຳນານ ແລະ ຜູ້ດ້ອຍໂອກາດອື່ນໆ..

ມະຕິຂອງລັດຖະບານສະເໜີຜູ້ໄດ້ຮັບຂອງຂວັນຈາກພັກ-ລັດແມ່ນ: ຜູ້ທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດຕາມລະບຽບການຢູ່ໃນດຳລັດ ເລກທີ 20/2021/NĐ-CP ວັນທີ 15 ມີນາ 2021 ຂອງລັດຖະບານ. ຜູ້ທີ່ໄດ້ຮັບເງິນບໍານານຕາມກໍານົດໃນດຳລັດ ເລກທີ 176/2025/NĐ-CP ວັນທີ 30 ມິຖຸນາ 2025 ຂອງລັດຖະບານ; ລວມທັງບັນດາເດັກກຳພ້າ, ບໍ່ມີບ່ອນເພິ່ງອາໃສ ຫຼືິ ຢູ່ໃນສູນເດັກກຳພ້າດ້ວຍ.

TAG
VOV/VOVworld/ການຊ່ວຍເຫຼືອສັງຄົມ/ມອບ​ຂອງ​ຂວັນ/ຜູ້ທີ່ມີຄຸນງາມຄວາມດີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ