logo

ມອບຫຼຽນ​ໄຊ​ ອິດ​ສະຫຼະ ຂອງ​ລັດ​ລາວ ໃຫ້​ແກ່​ທ່​ານ ເຈິ່ນ​ເຟືອກ​ເຊີນ

2024/6/11 | 11:26:07
(VOVWORLD) - ທາງແຂວງ ເຊກອງ ມີຄວາມເຄົາລົບນັບຖືຕໍ່ບັນດາການໜູນຊ່ວຍອັນລ້ຳຄ່ານີ້, ຍາມໃດກໍ່ມານະພະຍາຍາມເສີມຂະຫຍາຍ, ພັດທະນາ, ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນໃຫ້ເລິກເຊິ່ງກ່ວາອີກ.
ທ່ານ  ເຫຼັກໄຫຼ ສີວິໄລເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ ມອບຫຼຽຍໄຊເອກະລາດຊັ້ນ III ໃຫ້ແກ່ທ່ານ ເຈິ່ນເຟືອກເຊີນ ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ດ່ານັ້ງ

ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ນະຄອນ ດ່ານັ້ງ, ໂດຍໄດ້ຮັບການມອບໝາຍຈາກ ນາຍົກລັດຖະມົນຕີ ລາວ, ທ່ານ  ເຫຼັກໄຫຼ ສີວິໄລເລຂາພັກແຂວງ, ເຈົ້າແຂວງ ແຂວງເຊກອງ ໄດ້ມອບຫຼຽຍໄຊເອກະລາດຊັ້ນ III ຂອງລັດແຫ່ງ ສປປ.ລາວ ໃຫ້ແກ່ທ່ານ ເຈິ່ນເຟືອກເຊີນ ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ດ່ານັ້ງຍ້ອນ ທ່ານມີບັນດາຜົນງານດີເດັ່ນໃນການພົວພັນຮ່ວມມື ແລະ ການໜູນຊ່ວຍແຂວງ ເຊກອງ ໄລຍະ 2017 – 2022. ທ່ານເຫຼັກໄຫຼ ສີວິໄລ ໃຫ້ຮູ້ວ່າທາງນະຄອນ ດ່ານັ້ງ ໄດ້ໃຫ້ການໜູນຊ່ວຍຫຼາຍຢ່າງ, ປະກອບສ່ວນສຳລັບແຂວງ ເຊກອງໃນການພັດທະນາເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນບັນດາຂົງເຂດ: ການທ່ອງທ່ຽວ, ການຄ້າ, ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ທາງແຂວງ ເຊກອງ ມີຄວາມເຄົາລົບນັບຖືຕໍ່ບັນດາການໜູນຊ່ວຍອັນລ້ຳຄ່ານີ້, ຍາມໃດກໍ່ມານະພະຍາຍາມເສີມຂະຫຍາຍ, ພັດທະນາ, ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນໃຫ້ເລິກເຊິ່ງກ່ວາອີກ.

TAG
VOV/VOVworld/ຫວຽດ​ນາມ/ລາວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ