logo

ມອບ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ພ​າກ​ໃຕ້ ລາວ ກັບ​ຄືນ​ເມືອ​ປະ​ເທດ

2025/5/7 | 10:56:50
(VOVWORLD) -  ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ສຳນັກງານກອງບັນຊາການທະຫານແຂວງ ຈຳປາສັກ, ພາກໃຕ້ລາວ ໄດ້ດຳເນີນພິທີມອບ - ຮັບ, ສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 16 ຊຸດກັບຄືນເມືອປະເທດ.
ພິທີມອບຮັບ ແລະ ຈັດສົ່ງອັດຖິ (ພາບ: VOV)

ພິທີມອບ - ຮັບແມ່ນມີຄວາມໝາຍສຳຄັນພິເສດສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ການຮ່ວມມືຮອບດ້ານຕໍ່ກັບສອງປະເທດ ລາວ - ຫວຽດນາມ.

        ການເຄື່ອນໄຫວຊອກຫາ, ທ້ອນໂຮມອັດຖິທະຫານ, ນັກຊ່ຽວຊານທີ່ເສຍສະຫຼະຊີວິດເພື່ອຊາດໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນ ແລະ ການຈາລຶກຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຍາດຕິພີ່ນ້ອງ, ຄອບຄົວນັກຮົບ ແລະ ປະຊາຊົນໃນທົ່ວປະເທດ; ປະກອບສ່ວນສຶກສາມູນເຊື້ອປະຕິວັດ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມກ່ຽວກັບມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ນັກຂ່າວ VOV ປະຈຳ ລາວ

TAG
VOV/VOVworld/ອັ​ດ​ຖິ/ນັກ​ຊ່ຽວ​ຊານ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ