ພາຍຫຼັງທີ່ກົມການເມືອງປະກາດໃຊ້ມະຕິສະບັບເລກທີ 57 ແລະ ທ່ານນາຍົກລັດຖະມົນຕີປະກາດໃຊ້ໂຄງການກະທຳຜັນຂະຫຍາຍປະຕິບັດມະຕິສະບັບດັ່ງກ່າວ, ນ້ຳໃຈຕອບສະໜອງໄດ້ແຜ່ກະຈາຍຢ່າງແຮງໃນປະຊາຄົມວິສາຫະກິດເຕັກໂນໂລຢີ ຫວຽດນາມ.
ກຽມພ້ອມຍາດແຍ່ງກາລະໂອກາດໃໝ່
ກຸ່ມບໍລິສັດເຕັກໂນໂລຢີ FPT, ເຊິ່ງເປັນກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຢູ່ ຫວຽດນາມ, ເວລາຜ່ານມາ ໄດ້ສວມບົດບາດແກ່ນສານໃນວຽກງານຮ່ວມມືກັບລັດຖະບານ ດຶງດູດການລົງທຶນເຂົ້າຂົງເຂດເຄິ່ງຊັກນຳໄຟຟ້າຂອງ ຫວຽດນາມ, ຮ່ວມສຳພັນຂ້າມຊາຍແດນ, ນາໆຊາດ; ນຳຂົງເຂດສົ່ງອອກຊອັບແວ, ການບໍລິການຫັນເປັນດີຈີຕອນຂອງ ຫວຽດນາມ ອອກສູ່ໂລກ. ສຳລັບມະຕິສະບັບເລກທີ 57, ທ່ານ ເຈືອງຢາບິ່ງ, ປະທານສະພາບໍລິຫານງານ, ຜູ້ອຳນວຍໃຫຍ່ການກຸ່ມບໍລິສັດເຕັກໂນໂລຢີ FPT, ຢັ້ງຢືນວ່າ:
“ພວກຂ້າພະເຈົ້າມີຄວາມຫ້າວຫັນເຂົ້າຮ່ວມບັນດາໂຄງການຂອງມະຕິສະບັບດັ່ງກ່າວ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ, ທີໜຶ່ງ ຈະກາຍເປັນກຸ່ມບໍລິສັດເຕັກໂນໂລຢີດີຈີຕອນລະດັບໂລກ, ຮອດປີ 2030, ບັນລຸລາຍຮັບຈາກຕ່າງປະເທດ 5 ຕື້ USD. ທີສອງ, ປັດຈຸບັນ FPT ມີນັກສຶກສາປະມານ 1.500 ຄົນ ພວມຮຽນກ່ຽວກັບຂະແໜງເຕັກໂນໂລຢີເຄິ່ງຊັກນຳໄຟຟ້າ, ພວກຂ້າພະເຈົ້າຈະບຳລຸງສ້າງນັກວິສະວະກອນເຄິ່ງຊັກນຳໄຟຟ້າ 10.000 ຄົນ, ນັກວິສະວະກອນປັນຍາປະດິດ 50.000 ຄົນ ແລະ ສະໜອງທັກສະ, ຄວາມຮູ້ກ່ຽວກັບພູມປັນຍາໃຫ້ແກ່ນັກວິສະວະກອນເຕັກໂນໂລຢີຂໍ້ມູນຂ່າວສານ ປະມານ 500.000 ຄົນ.”
ໂດຍມີຄວາມເຊື່ອໝັ້ນວ່າ ຫວຽດນາມ ສາມາດບືນຕົວຂຶ້ນກາຍເປັນປະເທດຢືນອັນດັບໜຶ່ງໃນຂົງເຂດ AI, ເຄິ່ງຊັກນຳໄຟຟ້າ - ບັນດາເຕັກໂນໂລຢີຫຼັກແຫຼ່ງ, ທ່ານ ເຈື່ອງຢາບິ່ງ ຢັ້ງຢືນວ່າ ອີກ 2 – 3 ທົດສະວັດຈະມາເຖິງ, ໂລກ ຈະຕ້ອງການ ຫວຽດນາມ ແລະ ມະຕິສະບັບເລກທີ 57 ດ້ວຍນະໂຍບາຍບຸກທະລຸຫຼາຍຢ່າງ ທີ່ຊ່ວຍແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ, ຈະເປັນການກະຕຸກຊຸກຍູ້ຢ່າງແທ້ຈິງໃຫ້ບັນດາວິສາຫະກິດຄື FPT ບືນຕົວຂຶ້ນ.
ໃນຂະນະນັ້ນ, ທ່ານປະທານສະພາບໍລິຫານງານ, ປະທານບໍລິຫານກຸ່ມບໍລິສັດ CMC ຫງວຽນຈູງຈິງ ໄດ້ວາງເປົ້າໝາຍປະກອບເຫື່ອແຮງນຳ ຫວຽດນາມ ກາຍເປັນປະເທດນຳໜ້າໃນນະວັດຕະກຳຢູ່ພາກພື້ນ, ສ້າງພື້ນຖານເສດຖະກິດດີຈີຕອນທີ່ເປັນເຈົ້າຕົນເອງ ແລະ ຍືນຍົງ. ໃນເວທີປາໄສແຫ່ງຊາດກ່ຽວກັບວິສາຫະກິດເຕັກໂນໂລຢີ ດີຈີຕອນ ຫວຽດນາມ ຄັ້ງທີ VI ທີ່ໄດ້ດຳເນີນໃນເດືອນມັງກອນ ຜ່ານມາ, ທ່ານ ຫງວຽນຈູງຈິງ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າຈະສ້າງສູນ R&D (ສູນຄົ້ນຄວ້າ ແລະ ພັດທະນາ) ກ່ຽວກັບນະວັດຕະກຳໃຫຍ່ສຸດ. ຂ້າພະເຈົ້າຄິດວ່າ ດ້ວຍມະຕິສະບັບເລກທີ 57 ນີ້, ບັນດາລະບຽບການນິຕິທຳຈະໄດ້ຮັບການຍູ້ໄວເພື່ອຜັນຂະຫຍາຍໂຄງການນີ້ໂດຍໄວ.”
ສຳລັບບັນດາວິສາຫະກິດເຕັກໂນໂລຢີຂະໜາດນ້ອຍ, ມະຕິສະບັບເລກທີ 57 ໄດ້ຮັບຖືວ່າເປັນກະແສລົມໃໝ່, ສ້າງກາລະໂອກາດເພື່ອໃຫ້ເຂົາເຈົ້າເຂົ້າຮ່ວມບັນດາເຕັກໂນໂລຢີໃໝ່, ໝູນໃຊ້ເຕັກໂນໂລຢີ, ຈາກນັ້ນກໍ່ຊຸກຍູ້ຕະຫຼາດພາຍໃນປະເທດໃຫ້ຟົດຟື້ນກວ່າ, ສ້າງເຄື່ອງໝາຍການຄ້າແຫ່ງຊາດກ່ຽວກັບເຕັກໂນໂລຢີເພື່ອສ້າງທ່ວງທ່າເຂົ້າຮ່ວມຕະຫຼາດສາກົນຢ່າງເລິກເຊິ່ງ. ພິເສດ, ມີກົນໄກບຸກທະລຸເພື່ອສ້າງແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີທີ່ມີຄຸນນະພາບ. ທ່ານ ເຈິ່ນຝຸກຮົ່ງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດເຕັກໂນໂລຢີ TMA ຖືວ່າ:
“ພວກຂ້າພະເຈົ້າປາດຖະໜາວ່າ ຈະມີບັນດານະໂຍບາຍ, ມາດຕະການບຸກທະລຸເພື່ອຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄ່າໃຊ້ຈ່າຍ. ທີສອງແມ່ນ ຊ່ວຍໃຫ້ບັນດາວິສາຫະກິດມີແຫຼ່ງກຳລັງອຸດົມສົມບູນ. ປັດຈຸບັນ, ພວກຂ້າພະເຈົ້າມີແຫຼ່ງຊັບພະຍາກອນມະນຸດກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານແລ້ວ ແລະ ເຕັກໂນໂລຢີດີຈີຕອນທີ່ອຸດົມສົມບູນ ແລະ ມີຄຸນນະພາບດີທີ່ສຸດ. ເຖິງຢ່າງໃດກໍຕາມ, ບັນດາເຕັກໂນໂລຢີໃໝ່ຄື ເຄິ່ງຊັກນຳໄຟຟ້າຄື ແມ່ນປັນຍາປະດິດນັ້ນ ຍັງຂາດເປັນຈຳນວນຫຼາຍ”.
ເປັນບ່ອນອີງເພື່ອໃຫ້ວິສາຫະກິດກ້າທີ່ຈະຂຸດຄົ້ນແນວຄວາມຄິດ ແລະ ທິດກ້າວເດີນໃໝ່ຢ່າງແຮງ
ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມະຕິສະບັບເລກທີ 57 ໄດ້ຮັບຖືວ່າ “ເປັນກະແສລົມໃໝ່” ສ້າງກາລະໂອກາດໃຫ້ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ. ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນຈາກບ່ອນທີ່ຕ້ອງນຳໃຊ້ບັນດາມາດຕະການແກ້ໄຂຂອງຕ່າງປະເທດ, ຍັງບໍ່ທັນມີຫຼາຍຜະລິດຕະພັນ, ມາດຕະການເຕັກໂນໂລຢີ Make in Viet Nam, ມະຕິສະບັບເລກທີ 57 ໄດ້ຊ່ວຍກະຕຸກຊຸກຍູ້ຢ່າງແຮງກວ່າໃນວິວັດທະນາການຄົ້ນຄວ້າພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນເມື່ອຈັດແບ່ງງົບປະມານເທົ່າກັບ 2% GDP. ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ຈະມີກາລະໂອກາດເພື່ອພັດທະນາບັນດາມາດຕະການອັດສະລິຍະກວ່າ ເພື່ອຮັບໃຊ້ໃຫ້ທຸກຂະແໜງການ, ບັນດາຂົງເຂດ, ໝູນໃຊ້ເຂົ້າໃນຂະບວນວິວັດແຫ່ງການຜະລິດຂອງບັນດາວິສາຫະກິດ ກໍຄື ການດຳລົງຊີວິດຂອງປະຊາຊົນ.
ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ຈະປະກອບສ່ວນສຳຄັນພິເສດເພື່ອໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2045. ໃນນັ້ນ ບໍ່ອາດຂາດບັນດາວິສາຫະກິດທົ່ວໂລກທີ່ເຂັ້ມແຂງໄດ້. ໃນສະພາບການນັ້ນ, ມະຕິສະບັບເລກທີ 57 ໄດ້ສ້າງແຮງບັນດານໃຈ, ຍົກສູງສະຕິຄວາມຮັບຮູ້ຄວາມຮັບຜິດຊອບຂອງປະຊາຄົມວິສາຫະກິດ, ຊ່ວຍໃຫ້ເຂົາເຈົ້າກ້າທີ່ຈະຂຸດຄົ້ນບັນດາແນວຄວາມຄິດ ແລະ ທິດກ້າວເດີນໃໝ່ຢ່າງແຮງໃນການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ຍາດແຍ່ງກາລະໂອກາດ. ມະຕິສະບັບດັ່ງກ່າວແມ່ນບ່ອນອີງ ເພື່ອໃຫ້ບັນດາວິສາຫະກິດມີຄວາມໝັ້ນໃຈ ພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່./.




