ປີ 2011 ຖືກຖືວ່າ ແມ່ນປີທີ່ບັນດາກຸ່ມເສດຖະກິດ, ວິສາຫະກິດຫວຽດນາມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຫຼາຍວິສາຫະກິດໄດ້ມີຄວາມມານະພະຍາຍາມ ເພື່ອສາມາດຄົງຕົວໄດ້ໃນໄລຍະເວລາອັນທຸກຍາກນີ້. ປີ 2012, ພື້ນຖານເສດຖະກິດໂລກເວົ້າລວມ ແລະຫວຽດນາມເວົ້າສະເພາະ ຍັງຄົງຢືນຢູ່ຕໍ່ໜ້າການທ້າທາຍຫຼາຍຢ່າງ. ບັນດາວິສາຫະກິດຫວຽດນາມໄດ້ກຳນົດວ່າ ຕ້ອງມີຄວາມພະຍາຍາມຫຼາຍກ່ວາອີກ ແລະປາດຖະໜາ ຈະໄດ້ຮັບຄວາມສະດວກຫຼາຍຢ່າງ ຈາກນະໂຍບາຍບໍລິຫານຂອງລັດຖະບານໃນປີໃໝ່ ຊື່ງຄາດຄະເນວ່າ ຍັງຄົງຈະປະສົບກັບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ.

ການໂອ້ລົມສົນທະນາກ່ຽວກັບການປະຕິບັດມະຕິເລກທີ 11 ຂອງລັດຖະບານຫວຽດນາມຢູ່ນະຄອນໂຮ່ຈິມິນ
ພາບ: Http//:mpi.gov.vn
ໃນທ້າຍປີ 2011, ຄະນະເລຂາເວທີປາໄສວິສາຫະກິດຫວຽດນາມ (VBF) ໄດ້ດຳເນີນການສຳຫຼວດ ເອົາຄຳເຫັນຈາກວິສາຫະກິດກ່ຽວກັບເລື່ອງ “ລັດຖະບານຄວນຍຶດໝັ້ນການປະຕິບັດບັນດາມາດຕະການຮັດກຸ່ມເງິນຕາ ຕາມເໜືອໃນຈິດໃຈມະຕິເລກທີ 11 ຂອງລັດຖະບານ ຈົນເຖິງເວລາເສດຖະກິດມະຫາພາກເປັນປົກກະຕິໄດ້ຫຼືບໍ່”. ເບີ່ງລວມແລ້ວ, ວິສາຫະກິດສ່ວນຫຼາຍ ຊື່ງແມ່ນເປົ້າໝາຍຖືກຜົນສະທ້ອນໂດຍກົງຈາກມະຕິເລກທີ 11 ລ້ວນແຕ່ເຫັນດີເຫັນພ້ອມ ກັບທັດສະນະຂອງລັດຖະບານ ກ່ຽວກັບການໃຫ້ບຸລິມະສິດອັນດັບ 1, ຈຸດໝາຍຈຳຄັນທີ່ສຸດໃນປະຈຸບັນຂອງຫວຽດນາມ ແມ່ນຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະກ້າວໄປເຖິງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການຈະເລີນເຕີບໂຕ. ວິສາຫະກິດສ່ວນຫຼາຍໄດ້ມີຄວາມປະເອີບໃຈກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມໃນໄລຍະຍາວ. ທ່ານຟ້າມຮົ່ງຫວຽດ, ຜູ້ອຳນວຍການບໍລິສັດສົ່ງອອກແຫ່ງ 1 ໃນຂະແໜງເກີບໜັງຫວຽດນາມຖືວ່າ, ໃນປີ 2012, ວິສາຫະກິດປາດຖະໜາວ່າ ຈະມີການດັດປັບນະໂຍບາຍເງິນຕາຢ່າງມີໄຫວພິບຕໍ່ກັບບັນດາວິສາຫະກິດ:
“ປະຈຸບັນ, ວິສາຫະກິດຂາເຂົ້າຂາອອກຕ້ອງກູ້ຢືມທຶນດ້ວຍອັດຕາດອກເບັ້ຍແຕ່ 7-7,5%, ທີ່ຈິງແລ້ວ, ຄວນນຳໃຊ້ອັດຕາດອກເບັ້ຍກູ້ຢືມເງິນຕ່າງປະເທດໃນລະດັບຕ່ຳກ່ວາ 6%. ບັນດາໃບສັ່ງຊື້ສິນຄ້າໃນຕົ້ນປີ 2012 ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພິເສດ ໃນຕົ້ນປີ 2012 ບັນດາວິສາຫິກິດອີຢູ ຍັງບໍ່ທັນກຳນົດບັນດາໃບສັ່ງຊື້ສິນຄ້າໄດ້. ປະຈຸບັນ, ພວກຂ້າພະເຈົ້າໄດ້ສົ່ງອອກໄປຕະຫຼາດອາຟຼິກກາ, ອາຣັບເປັນຕົ້ນ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກເຊັ່ນນັ້ນ, ພວກຂ້າພະເຈົ້າມີແຜນການ ແລະ ຄິດໄລ່ເຖິງການເປີດກ້ວາງຕະຫຼາດ”

ປີ 2012, ໃນສະພາບການທີ່ລັດຖະບານຕ້ອງສືບຕໍ່ຈຸດໝາຍ ຄວບ ຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຍັງຕ້ອງຮັດກຸ່ມນະໂຍບາຍເງິນຕາ, ບໍ່ສາມາດຫລຸດອັດຕາດອກເບັ້ຍກູ້ຢືມໄດ້ໃນທັນທີ. ບັນດາວິສາຫະກິດຂະໜາດກາງ ແລະນ້ອຍ ຍັງມີຄວາມວິຕົກກັງວົນຫຼາຍ, ບັນດາວິສາຫະກິດຂະໜາດນ້ອຍ ແລະນ້ອຍທີ່ສຸດ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນດ້ານທຶນຮອນ. ຕາມທ່ານໂຕຮ່ວາຍນາມ, ຮອງປະທານ ທັງເປັນເລຂາທິການສະຫະສະມາຄົມວິສາຫະກິດຂະໜາດກາງ ແລະນ້ອຍຫວຽດນາມແລ້ວ, ປີ 2011, ອີງໃສ່ມະຕິເລກທີ 11 ຂອງລັດຖະບານ, ສະຫະສະມາຄົມໄດ້ສ້າງຕັ້ງກອງທຶນສິນເຊື່ອໜູນຊ່ວຍວິສາຫະກິດຂະໜາດນ້ອຍ ເພື່ອແນໃສ່ໜູນຊ່ວຍສິ່ງທີ່ວິສາຫະກິດຕ້ອງການຄື: ສະຖານທີ່ທຳການຜະລິດ, ບຳລຸງສ້າງແຫຼ່ງຊັບພະຍາກອຍມະນຸດ, ທຶນສິນເຊື່ອ, ປ່ຽນໃໝ່ເຕັກໂນໂລຊີ, ທ່ານກ່າວວ່າ:
“ທັດສະນະຂອງສະຫະສະມາຄົມແມ່ນສຳລັບວິສາຫະກິດຂະໜາດກາງ ແລະນ້ອຍ ຕ້ອງມີການກຳນົດໃໝ່ ເພື່ອເຮັດແນວໃດຫລຸດຜ່ອນລະບຽບການຕ່າງໆ ຊື່ງແມ່ນຮົ້ວກີດຂວາງສຳລັບວິສາຫະກິດ. ຄຽງຂ້າງນັ້ນ ຈະເອົາໃຈໃສ່ເຖິງວິທີການລະອຽດຂອງວິສາຫະກິດ, ເວລານັ້ນ ນະໂຍບາຍໜູນຊ່ວຍດ້ານການເງິນຈະມີປະໂຫຍດຕໍ່ວິສາຫະກິດ. ປະຈຸບັນ, ກະຊວງແຜນການ ແລະການລົງທຶນຫວຽດນາມ, ທະນາຄານແຫ່ງລັດພວມຄົ້ນຄ້ວານະໂຍບາຍນີ້. ກະຊວງແຜນການ ແລະການລົງທຶນ ໄດ້ຍື່ນສະເໜີຕໍ່ລັດຖະບານ ແລະຂໍຄຳເຫັນຈາກບັນດາກະຊວງ ຂະແໜງການ, ສູ້ຊົນເຮດແນວໃດ ຈະປະຕິບັດນະໂຍບາຍໜູນຊ່ວຍວິສາຫະກິດໄດ້ໃນໄຕມາດທີ 1 ປີ 2012”
ການເຄື່ອນໄຫວຕົວຈິງຂອງບັນດາວິສາຫະກິດໃຫ້ເຫັນວ່າ ນະໂຍບາຍພາສີອາກອນ ແລະສິນເຊື່ອແມ່ນ 2 ນະໂຍບາຍກໍ່ຜົນສະທ້ອນຫຼາຍຕໍ່ວິສາຫະກິດ. ສາດສະດາຈານຫງວຽນມ້າຍ, ອະດີດຮອງປະທານຄະນະກຳມະການແຫ່ງລັດ ກ່ຽວກັບການຮ່ວມມືລົງທຶນຖືວ່າ: ນະໂຍບາຍສິນເຊື່ອຄວນມີໄຫວພິບ ແລະເໝາະສົມກັບສະພາບການຫຼາຍກ່ວາອີກ ເພື່ອໃຫ້ວິສາຫະກິດສາມາດສຳພັດກັບແຫຼ່ງທຶນກູ້ຢືມໄດ້. ກ່ຽວກັບນະໂຍບາຍພາສີອາກອນ, ຫວ່າງແລ້ວນີ້, ຫ້ອງການອຸດສາຫະກຳ ແລະການຄ້າຫວຽດນາມ (VCCI) ໄດ້ສະເໜີປັບປຸງກົດໝາຍ 16 ສະບັບ ນັບແຕ່ອາກອນມູນຄ່າເພີ່ມ ຕະຫຼອດຮອດອາກອນລາຍຮັບວິສາຫະກິດ, ອາກອນຈຳໜ່າຍພິເສດ ຕາມທິດຊ່ວຍວິສາຫະກິດບັນເທົາຄວາມຫຍຸ້ງຍາກ ແລະມີການພັດທະນາໄດ້:
“ຂໍ້ສະເໜີອັນຈະແຈ້ງຂອງ VCCI ແມ່ນສະເໜີປັບປຸງກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍພາສີອາກອນ, ກົດໝາຍການປະມູນ, ທີ່ດິນ. ບັນດາການປັບປຸງນີ້ ຖືກປະຕິບັດໂດຍຜ່ານບັນດາຄຳເຫັນ ແລະຄວາມວິຕົກກັງວົນຂອງວິສາຫະກິດ. ຈາກນັ້ນ ມີບັນດານະໂຍບາຍເໝາະສົມກັບບັນດາວິສາຫະກິດ ເພື່ອສາມາດຮັບມືກັບສະພາບເສດຖະກິດຂອງປີ 2012”
ໃນປີ 2012, ຍັງມີກາລະໂອກາດຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ, ຂະນະທີ່ລັດຖະບານໄດ້ວາງອອກຫຼາຍມາດຕະການ ເພື່ອແນໃສ່ສະກັດກັ້ນ ແລະຫລຸດຜ່ອນໄພເງິນເຟີ້. ສິ່ງດັ່ງກ່າວແມ່ນເງື່ອນໄຂເພື່ອຫລຸດ ອັດຕາດອກເບັ້ຍກູ້ຢືມລົງ. ຄຽງຂ້າງນັ້ນ, ລັດຖະບານກໍມີແຜນນະໂຍບາຍຫລຸດຜ່ອນ, ຕໍ່ກຳນົດເວລາເສຍອາກອນລາຍຮັບໃຫ້ແກ່ວິສາຫະກິດ, ປະຕິຮູບລະບຽບການດ້ານບໍລິຫານ….ໜູນຊ່ວຍວິສາຫະກິດຫລຸດພົ້ນອອກຈາກຄວາມຫຍຸ້ງຍາກໃນປະຈຸບັນ, ຟື້ນຟູການຜະລິດ, ດຳເນີນທຸລະກິດ. ບັນດາຜູ້ຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອໜູນຊ່ວຍບັນດາກຸ່ມເສດ ຖະກິດ, ວິສາຫະກິດ ມີຄວາມສາມາດພັດທະນາໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດຂອງຕົນນັ້ນ, ລັດຖະບານຄວນມີບັນດາບາດກ້າວບຸກທະລຸ ແລະແຂງແຮງກ່ວາອີກ, ຍ້ອນວ່າ ຖ້າຫາກ ແຫຼ່ງກຳລັງນີ້ເຂັ້ມແຂງ, ເສດຖະກິດຂອງປະເທດຊາດຈຶ່ງຈະມີການພັດທະນາ ແບບຍື່ນຍົງໄດ້.
ທູຮັ່ງ




