logo

ມະ​ຕິ​ເລກ​ທີ 71-ຮັບ​ປະ​ກັນ​ຄວາມ​ຍຸດ​ຕິ​ທຳ ແລະ ໂອ​ກາດ​ຮ່ຳ​ຮຽນ​ໃຫ້ ປ​ຊ​ຊ ທຸກ​ຄົນ

2025/10/2 | 08:03:50
(VOVWORLD) - ໃນວິວັດການພັດທະນາຂອງປະເທດຊາດ, ການສຶກສາຍາມໃດກໍ່ໄດ້ກຳນົດວ່າ ແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນຫຼັກແຫຼ່ງ ຊຸກຍູ້ການເຕີບໂຕແບບຍືນຍົງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຄວາມສາມາດແກ້ງແຍ້ງແຫ່ງຊາດ. ເລື່ອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບຄວາມບຸກທະລຸພັດທະນາການສຶກສາບຳງລຸງສ້າງ ບໍ່ພຽງແຕ່ແມ່ນການຫັນທັດສະນະທະລຸລ່ວງຂອງພັກ ແລະ ລັດ ຫວຽດນາມ ເປັນລະອຽດເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ໃນການຖືມະນຸດເປັນໃຈກາງຂອງການພັດທະນາ, ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປຊຊ ທຸກຄົນ.

ທ່ານນາຍົກລັດຖະມົນຕີ ສະເໜີເນື້ອໃນຫຼັກແຫຼ່ງຂອງມະຕິເລກທີ 71 (ພາບ: VGP)

             ກົມການເມືອງໄດ້ປະກາດມະຕິເລກທີ 71 ເມື່ອວັນທີ 22 ສິງຫາ ປີ 2025 ດ້ວຍບັນດາໝວດເປົ້າໝາຍ, ໜ້າທີ່ ມາດຕະການອັນລະອຽດ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນ “ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປຊຊ ທຸກຄົນ”. ສິ່ງນີ້ໄດ້ສະແດງໃຫ້ເຫັນແນວຄິດລຸລ່ວງຂອງພັກ ແລະ ລັດ ຫວຽດນາມ: ການສຶກສາບໍ່ພຽງແຕ່ແມ່ນສິດອັນເປັນພື້ນຖານເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນແຫ່ງການພັດທະນາແບບຍືນຍົງອີກດ້ວຍ.

(ພາບ: VGP)

     ຕາມມະຕິເລກທີ 71, ຄວາມຍຸດຕິທຳໃນການສຶກສາ ແມ່ນບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ; ລົບລ້າງໄລຍະຫ່າງເຂດພາກ, ຄວາມຮັ່ງມີ-ຄວາມທຸກຍາກ; ສ້າງໂອກາດພັດທະນາທີ່ສະເໝີພາບໃຫ້ແກ່ແຕ່ລະຄົນ. ຮັບປະກັນຄຸນນະພາບ ແລະ ສະພາບແວດລ້ອມແຫ່ງການຮ່ຳຮຽນໃຫ້ແກ່ທຸກຄົນ. ທີ່ກອງປະຊຸມທົ່ວປະເທດຊາບຊືມບັນດາມະຕິຢູ່ ຮ່າໂນ້ຍ ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງຈິດໃຈແກ່ນສານນີ້:

         ພວກເຮົາຕ້ອງເນັ້ນໜັກຢ່າງແຮງເຖິງບັນຫາການເຂົ້າເຖິງການສຶກສາຢ່າງສະເໝີພາບ. ໃນນັ້ນ, ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ, ຊົນຊົນເຜົ່າ… ລ້ວນແຕ່ໄດ້ເຂົ້າເຖິງການສຶກສາຢ່າງສະເໝີພາບ ເມື່ອທຽບກັບບັນດາເປົ້າໝາຍອື່ນໆ.

(ພາບ: VGP)

              ມະຕິເລກທີ 71 ໄດ້ຢັ້ງຢືນລັກສະນະວັດທະນະທຳມະນຸດທີ່ເລິກເຊິ່ງ ແລະ ກຳນົດທິດຍຸດທະສາດຂອງນະໂຍບາຍການສຶກສາ, ໃນນັ້ນ, ກຳນົດຄວາມບຸກທະລຸໃນການສຶກສາແມ່ນຕ້ອງ “ເລີ່ມຈາກການປ່ຽນໃໝ່ຈິນຕະການການ, ຄວາມຮັບຮູ້ ແລະ ລະບອບລະບຽບການ”. ທ່ານ ຟ້າມງອກເຖືອງ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຖືວ່າ:

   ມີຈຸດພິເສດໜຶ່ງນັ້ນແມ່ນ ຄວາມບຸທະລຸໃນການສຶກສາແມ່ນຕ້ອງເລີ່ມມາຈາກການປ່ຽນໃໝ່ຈິນຕະການການ, ຄວາມຮັບຮູ້ ແລະ ລະບອບລະບຽບການ. ເປົ້າໝາຍແມ່ນຈະແຈ້ງ, ລະອຽດທີ່ສຸດ ດ້ວຍຄຳຮຽກຮ້ອງສູງ ແລະ ມີລັກສະນະປະຕິວັດ, ດ້ວຍ 3 ໄລຍະ: 2025-2030, 2035, 2045. 8 ມາດຕະການມີລັກສະນະກະທຳ, ບຸທະລຸ ແລະ ເປັນໄປໄດ້.

             ຄວາມຍຸດຕິທຳໃນການສຶກສາ ໄດ້ຢືນຢັນຄຸນຄ່າວັດທະນະທຳມະນຸດ, ພ້ອມທັງ, ນີ້ກໍ່ແມ່ນພື້ນຖານສຳຄັນ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງແຕ່ລະຄົນ, ສ້າງເປັນກຳລັງແຮງສັງລວມໃຫ້ທັງຊົນຊາດ. ອາຈານ ໂງເມົ້າຕິ່ງ, ຮອງຜູ້ອຳນວຍການໂຮງຮຽນສາມັນເຄິ່ງກິນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ເລິມຖຸຍ, ຕາແສງ ກີມເງິນ, ແຂວງ ກວາງຈີ້ ສະແດງຄວາມເຊື່ອໝັ້ນວ່າ:

            ຈາກມະຕິເລກທີ 71 ນີ້, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການສຶກສາ ຫວຽດນາມ ໝັ້ນໝາຍກ້າວເຂົ້າສູ່ໄລຍະພັດທະນາຢ່າງແຮງ, ແມ່ນແຫ່ງທີ່ຜູ້ຮ່ຳຮຽນມີຫຼາຍໂອກາດເພື່ອເຕີບໂຕ, ແຫ່ງທີ່ຄູອາຈານໄດ້ຮັບການເຊີດຊູ ແລະ ເບິ່ງແຍງດູແລ, ແຫ່ງທີ່ໂຮງຮຽນໄດ້ຕໍ່ກຳລັງແຮງເພື່ອຍົກລະດັບຄຸນນະພາບ. ຍິ່ງກ່ວານັ້ນ, ນັ້ນແມ່ນຄວາມຕັດສິນໃຈເພື່ອໃຫ້ພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈ ປະກອບສ່ວນສ້າງພື້ນຖານການສຶກສາປ່ຽນແປງໃໝ່, ວັດທະນະທຳມະນຸດ.

          ການສຶກສາຍຸດຕິທຳ-ຈາກຄຳຂວັນໄປສູ່ການກະທຳ

   ມະຕິເລກທີ 71 ໄດ້ເປີດທິດເດີນໃໝ່ ເພື່ອແນໃສ່ສ້າງສັງຄົມຮ່ຳຮຽນ, ຮ່ຳຮຽນຕະຫຼອດຊີວິດ. ໃນສະພາບການຫັນເປັນໂລກາພິວັດ, ການຫັນເປັນດີຈີຕອນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ພູມປັນຍາກາຍເປັນຊັບພະຍາກອນຕັດສິນທີ່ຕັ້ງຂອງປະເທດຊາດ. ທ່ານເລຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ:

          ການລົງທຶນໃຫ້ແກ່ການສຶກສາ ແມ່ນການລົງທຶນ, ເພີ່ມພູນຄູນສ້າງ, ຍົກສູງ “ເຄົ້າກຳລັງແຮງແຫ່ງຊາດ”, ແມ່ນການລົງທຶນໃຫ້ແກ່ອະນາຄົດຂອງຊາດ. ນີ້ແມ່ນຂົງເຂດແກ່ນສານຂອງທຸກແກ່ນສານ, ແມ່ນກຳລັງພື້ນຖານຂອງການເພີ່ມສະມັດຕະພາບ, ກ້າວກະໂດດຂອງກຳລັງແກ້ງແຍ້ງແຫ່ງຊາດ, ຫຼໍ່ລ້ຽງຄວາມຄາດຫວັງພັດທະນາ.

          ມະຕິເລກທີ 71 ບໍ່ພຽງແຕ່ແມ່ນເອກະສານນະໂຍບາຍເທົ່ານັ້ນ, ຫາກຍັງແມ່ນຖະແຫຼງຢ່າງແຮງກ່ຽວກັບຄວາມຄາດຫວັງພັດທະນາປະເທດຊາດ ດ້ວຍພູມປັນຍາ. ເມື່ອ ປຊຊ ທຸກຄົນ ລ້ວນແຕ່ມີໂອກາດຮ່ຳຮຽນ, ເມື່ອຄວາມຍຸດຕິທຳໃນການສຶກສາໄດ້ຮັບປະກັນ, ນັ້ນແມ່ນຈຸດເວລາທີ່ ຫວຽດນາມ ສາມາດເສີມຂະຫຍາຍເປີດກວ້າງຄວາມສາມາດບົ່ມຊ້ອນທັງໝົດຂອງຊາດ, ສ້າງກຳລັງແຮງໂດດເດັ່ນໃໝ່ເພື່ອຫັນຄວາມຄາດຫວັງສ້າງສາປະເທດຊາດໃຫ້ຮຸ່ງເຮືອງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ./.


TAG
VOV/VOVworld/ມະ​ຕິ​ເລກ​ທີ 71- ທ່ານ ຟ້າມງອກເຖືອງ/ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ/ອາຈານ ໂງເມົ້າຕິ່ງ/ຮອງຜູ້ອຳນວຍການໂຮງຮຽນສາມັນເຄິ່ງກິນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ເລິມຖຸຍ/ຕາແສງ ກີມເງິນ/ແຂວງ ກວາງຈີ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ