logo

ມຽນ​ມາ ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

2026/1/25 | 11:33:45
(VOVWORLD) - ວັນທີ 25 ມັງກອນ, ການເລືອກຕັ້ງທົ່ວປະເທດຢູ່ ມຽນມາ ໄດ້ກ້າວເຂົ້າສູ່ຮອບທີ 3 ແລະ ກໍແມ່ນຮອບສຸດທ້າຍໃນສະພາບການພັກພັນທະມິດສາມັກຄີ ແລະ ພັດທະນາ (USDP), ໄດ້ຮັບຖືວ່າ ໃກ້ຊິດກັບກອງທັບ, ນຳໜ້າດ້ວຍຈຳນວນບັດສະໜັບສະໜູນສູງຢູ່ລັດຖະສະພາ.
ປະຊາຊົນລໍຖ້າປ່ອນບັດເລືອກຕັ້ງຢູ່ Naypyitaw, ມຽນມາ ໃນວັນທີ 28/12/2025.  (ພາບ: REUTERS/Stringer)

ຢູ່ສະຖານທີປ່ອນບັດຕ່າງໆທີ 60 ເທດສະບານ ໄດ້ພ້ອມກັນເປີດປະຕູແຕ່ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ ກົງກັບ 6 ໂມງ 30 ນາທີ ຕາມເວລາ ຫວຽດນາມ). ການເລືອກຕັ້ງທົ່ວປະເທດຄັ້ງນີ້ໄດ້ແບ່ງອອກເປັນ 3 ຮອບ, ດ້ວຍຈຳນວນສະຖານທີ່ປ່ອນບົດກວ່າ 21.000 ແຫ່ງໃນທົ່ວປະເທດ. ເມື່ອສັງລວມຕົວເລກໃນເບື້ອງຕົ້ນຈາກບັນບັ້ນປະກາດຕ່າງໆຂອງຄະນະກຳມະການເລືອກຕັ້ງສະຫະພາບ, ພາຍຫຼັງຮອບທີ 1 ແລະ ຮອບທີ 2, ຈຳນວນບ່ອນນັ່ງທັງໝົດຂອງພັກ USDP ແລະ ກອງທັບ ມຽນມາ ສົມທົບກັນ ລວມເປັນກວ່າ 400 ບ່ອນນັ່ງ, ກວມເອົາສ່ວນໃຫຍ່ຈຳນວນບ່ອນນັ່ງຢູ່ລັດຖະສະພາ. ໝາກຜົນການເລືອກຕັ້ງທົ່ວປະເທດຄາດວ່າຈະປະກາດໃນທ້າຍເດືອນ ມັງກອນ 2026. ສະພາແຫ່ງຊາດໄດ້ຮຽກໂຮມວາລະປະຊຸມຄັ້ງປະຖົມມະລຶກໃນເດືອນ ມີນາ ແລະ ລັດຖະບານໃໝ່ ຈະໄດ້ສ້າງຕັ້ງຂຶ້ນ ແລະ ຮັບຜິດຊອບບໍລິຫານໃນເດືອນ ເມສາ 2026.

ນັກຂ່າວ VOV ປະຈຳ ໄທ
TAG
VOV/VOVworld/ມຽນ​ມາ/ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ