logo

ຢັ້ງ​ຢຶນ​ບົດ​ບາດ, ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຊື່​ສຽງ ສາ​ກົນ ນັບ​ມື້​ນັບ​ສູງ​ຂອງ ຫວຽດ​ນາມ

2025/10/15 | 09:12:11
(VOVWORLD) - ວັນທີ 14 ຕຸລາ ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ ອາເມລິກາ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ເລືອກຕັ້ງບັນດາສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026 – 2028, ໃນນັ້ນ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ດຳລົງຕຳແໜ່ງນີ້ດ້ວຍບັດສະໜັບສະໜູນສູງທີ່ສຸດ ໃນບັນດາຜູ້ອອກສະໝັກຮັບເລືອກຕັ້ງ ຕາງໜ້າໃຫ້ພາກພື້ນ ອາຊີ - ປາຊີຟິກ. ນີ້ແມ່ນຂີດໝາຍປະຫວັດສາດ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງ ສປຊ ແລະ ປະຊາຄົມສາກົນ ຕໍ່ທີ່ຕັ້ງບົດບາດ, ອິດທິພົນຊື່ສຽງ ກໍ່ຄືບັນດາການປະກອບສ່ວນຢ່າງແທ້ຈິງຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ສືບຕໍ່ຢັ້ງຢືນຖານະບົດບາດ ຫວຽດນາມ ໃນວິວັດການຮ່ວມມືຫຼາຍຝ່າຍ.

ພາບປະກອບ: VOV

ດ້ວຍບັດສະໜັບສະໜູນ 180/190ບັດ, ຫວຽດນາມ ເຊິ່ງແມ່ນປະເທດຢູ່ອາຊີ - ປາຊີຟິກໜຶ່ງດຽວ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດ ສປຊ ຄືນໃໝ່ອາຍຸການ 2026 – 2028 ແລະ ນີ້ແມ່ນຄັ້ງທີ 3 ຫວຽດນາມ ດຳລົງຕຳແໜ່ງນີ້ (2014-2016; 2023-2025).

ຄວາມຮັບຮູ້ ແລະ ຕີລາຄາສູງຂອງ ປະຊາຄົມສາກົນ

ໝາກຜົນນີ້ບໍ່ພຽງແຕ່ແມ່ນສິ່ງບັງເອີນ, ເຊິ່ງແມ່ນວິວັດທະນາການມານະພະຍາຍາມ ແລະ ອຸທິດສ່ວນຢ່າງມີຄວາມຮັບຜິດຊອບ ແລະ ບໍ່ຢຸດຢັ້ງ. ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າບັນດາການເຄື່ອນໄຫວຂອງສະພາສິດທິມະນຸດ ສປຊ ນັບແຕ່ເວລາອົງການນີ້ໄດ້ຮັບການສ້າງຕັ້ງເມື່ອປີ 2006.

ຄວາມໄວ້ເນື້ອເຊື່ອໃຈທີ່ສະຫງວນໃຫ້ຫວຽດນາມ ກ່ອນອື່ນໝົດແມ່ນເລື່ອງປະຊາຄົມສາກົນ ຮັບຮູ້ບົດບາດ, ຖານະຕຳແໜ່ງ, ອິດທິພົນຊື່ສຽງ, ກຳລັງຄວາມສາມາດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ໃນສະພາບການທົ່ວໂລກ ໃຫ້ຄຳໝັ້ນສັນຍາກັບລັດທິຫຼາຍຝ່າຍ ແລະ ຜົນສຳເລັດ, ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການພັດທະນາມວນມະນຸດ, ຄວາມສະເໝີພາບທາງສັງຄົມ, ຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ.

ປັດຈຸບັນ, ຢູ່ສະພາສິດທິມະນຸດເວົ້າສະເພາະ ແລະ ບັນດາເວທີປາໄສຫຼາຍຝ່າຍເວົ້າລວມ. ຫວຽດນາມ ມີພາບພົດແມ່ນຊາດໜຶ່ງພວມກ້າວເຂົ້າສູ່ສັງກາດໃໝ່ ດ້ວຍລະບອບການເມືອງທີ່ມີສະຖຽນລະພາບ, ເສດຖະກິດພັດທະນາໂດຍໄວ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ມີຄວາມກ້າວໜ້າກ່ຽວກັບການໜູຮຊ່ວຍສັງຄົມ, ພັດທະນາວັດທະນະທຳ, ການແພດ, ການສຶກສາ, ການເບິ່ງແຍງດູແລປະຊາຊົນ, ການປົກປ້ອງບັນດາກຸ່ມຄົນທີ່ມີຄວາມສ່ຽງສູງກ່ວາໝູ່, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

ເລື່ອງບັນດາປະເທດເລືອກຕັ້ງ ຫວຽດນາມ ສືບຕໍ່ເປັນສະມາຊິກສະພາສິດທິມະນຸດ ສປຊ ນັບແຕ່ເວລາພວກເຮົາໃກ້ຈະປະຕິບັດສຳເລັດອາຍຸການ 2023 – 2025 ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຢູ່ລະດັບສູງຂອງ ບັນດາປະເທດຕໍ່ວິທີການສຳຜັດການສົນທະນາ, ການຮ່ວມມື ແລະ ຄວາມດຸ່ນດ່ຽງ ຂອງຫວຽດນາມ ໃນອາຍຸການຜ່ານມາ, ພ້ອມທັງຢັ້ງຢືນແງ່ຫວັງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມື ກ່ຽວກັບການຮັບປະກັນສິດທິມະນຸດ ໃນສະພາບການໂລກມີການຜັນແປທີ່ສັບສົນທີ່ສຸດ.

ຜົນສຳເລັດຂອງ ຫວຽດນາມ ຢູ່ທີ່ການເລືອກຕັ້ງສະມາຊິກສະພາສິດທິມະນຸດ ສປຊ ຄັ້ງນີ້, ພ້ອມກັບເລື່ອງ ຫວຽດນາມ ຈະເປັນເຈົ້າພາບຈັດ. ພິທີເປີດສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໃນວັນທີ 25 – 26 ຕຸລາຈະມາເຖິງ ແມ່ນບັນດາບາດກ້າວຜັນຂະຫຍາຍໂດຍດ່ວນ, ມີປະສິດທິຜົນ ແລະ ແທດຈິງ ຂອງມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງສາກົນໃນສະພາບການໃໝ່, ຢັ້ງຢືນຖານະບົດບາດໃໝ່ຂອງ ຫວຽດນາມ ຈາກຄູ່ຮ່ວມມືທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫັນປ່ຽນໄປສູ່ການປະກອບສ່ວນຢ່າງມີຄວາມຮັບຜິດຊອບກ່ວາໃນການກໍ່ສ້າງ ແລະ ການກຳນົດບັນດາບັນຫາລວມຂອງໂລກ.

ຊຸກຍູ້ບັນດາຂົງເຂດບຸລິມະສິດ, ທຸກສິ່ງທຸກຢ່າງເພື່ອສິດທິມະນຸດ

ອາຍຸການເປັນສະມາຊິກສະພາສິດທິມະນຸດ ສປຊ 2026  - 2028 ຂອງ ຫວຽດນາມ ຈະເລີ່ມຕົ້ນຢ່າງເປັນທາງການໃນວັນທີ 1 ມັງກອນ 2026. ໃນອາຍຸການນີ້, ຫວຽດນາມ ຈະສືບຕໍ່ຊຸກຍູ້ 8 ຂົງເຂດບຸລິມະສິດ ກ່ຽວກັບການຍົກສູງປະສິດທິຜົນໃນການເຄື່ອນໄຫວ ຂອງ ສະພາສິດທິມະນຸດ ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງ ປະຊາຄົມສາກົນ, ແກ້ໄຂບັນດາຄວາມສົນໃຈລວມກ່ຽວກັບສິດທິມະນຸດບົນຈິດໃຈ “ເຄົາລົບ ແລະ ເຂົ້າຮ່ວມ - ສົນທະນາ ແລະ ຮ່ວມມື - ທຸກໆສິດທິມະນຸດໃຫ້ແກ່ປະຊາຊົນໝົດທຸກຄົນ”. ທ່ານນາງຮອງລັດຖະມົນຕີ ການຕ່າງປະເທດ ຫງວຽນມິງຮັ່ງ ຊີ້ແຈ້ງວ່າ:

ໃນອາຍຸການ 2023 – 2025, ຫວຽດນາມ ໄດ້ກຳນົດທິດນຳເຂົ້າຮ່ວມແມ່ນ ເຄົາລົບ ແລະ ເຂົ້າຮ່ວມ - ໂອ້ລົມສົນທະນາ ແລະ ຮ່ວມມື - ທຸກໆສິດທິມະນຸດໃຫ້ແກ່ປະຊາຊົນໝົດທຸກຄົນ. ໃນອາຍຸການຈະມາເຖິງ, ພວກເຮົາຍັງສືບຕໍ່ທິດນຳນີ້, ສືບຕໍ່ ບັນດາບຸລິມະສິດທີ່ໄດ້ຊຸກຍູ້ໃນອາຍຸການຜ່ານມາ. ເຖິງຢ່າງໃດກໍຕາມ, ໃນອາຍຸການໃໝ່, ຕໍ່ໜ້າບັນດາການປ່ຽນແປງຂອງສະພາບການໂລກ. ຫວຽດນາມ ສືບຕໍ່ພ້ອມກັບບັນດາສະມາຊິກຊຸກຍູ້ບັນດາຂໍ້ລິເລີ່ມ, ບັນດາເນື້ອໃນຮ່ວມມື, ຕອບສະໜອງຢ່າງແທດຈິງ, ມີປະສິດທິຜົນກ່ວາອີກ ບັນດາບັນຫາທີ່ມີຄວາມສົນໃຈລວມຂອງປະຊາຄົມສາກົນໃນປັດຈຸບັນ.

ເລື່ອງຮັບດຳລົງຕຳແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026 – 2028 ຢ່າງຕໍ່ເນື່ອງ ບໍ່ພຽງແຕ່ແມ່ນໄຊຊະນະກ່ຽວກັບການທູດເທົ່ານັ້ນ ຫາກຍັງແມ່ນໝາກຜົນຂອງຄວາມໄວ້ເນື້ອເຊື່ອໃຈສາກົນ ຕໍ່ ຫວຽດນາມອີກດ້ວຍ. ຈາກການເຂົ້າຮ່ວມຂອງກຳລັງຮັກສາສັນຕິພາບ ສປຊ, ໜູນຊ່ວຍດ້ານມະນຸດສະທຳໃນໂລກລະບາດໂຄວິດ - 19, ຈົນຮອດບັນດາຂໍ້ລິເລີ່ມກ່ຽວກັບການຟື້ນຟູສີຂຽວ, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນວ່າ ຕົນເອງແມ່ນຕ່ອງໂສ້ຕັ້ງໜ້າໃນລະບົບມານະພະຍາຍາມທົ່ວໂລກ. ຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ຈະຮ່ວມເດີນທາງພ້ອມກັບຄວາມຮັບຜິດຊອບ. ໜ້າທີ່ໃໝ່ກໍ່ວາງອອກພາລະກິດອັນສູງສົ່ງ: ຫວຽດນາມ ໄດ້ຕັ້ງຄວາມຫວັງຈະມີຫຼາຍການປະກອບສ່ວນຢ່າງແຮງກ່ວາໃນວິວັດການສິດທິມະນຸດທົ່ວໂລກ - ບໍ່ພຽງແຕ່ດ້ວຍບັນດາຄຳໝັ້ນສັນຍາເທົ່ານັ້ນ, ຫາກຍັງສະແດງດ້ວຍການກະທຳຢ່າງລະອຽດ, ມີຄວາມຮັບຜິດຊອບ ແລະ ມີຂໍ້ລິເລີ່ມຢ່າງມີປະສິດທິຜົນອີກດ້ວຍ.

TAG
VOV/VOVworld/​ບົດ​ບາດ/​ທີ່​ຕັ້ງ/ອິດ​ທິ​ພົນ​ຊື່​ສຽງ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ