logo

ຢາ​ລາຍສະ​ເຫຼີມ​ສະຫຼອງ 255 ປີ​ແຫ່ງວັນ​ລຸກ​ຮື້​ຂຶ້ນ ໄຕ​ເຊີນ

2026/2/21 | 08:21:01
(VOVWORLD) - ຕອນບ່າຍວັນທີ 20 ກຸມພາ, ຢູ່ຕາແສງ ໄຕເຊີນ, ແຂວງ ຢາລາຍ ໄດ້ດຳເນີນພິທີສະເຫຼີມສະຫຼອງ 255 ປີແຫ່ງວັນລຸກຮື້ຂຶ້ນ ໄຕເຊີນ (1771 - 2026) ແລະ 237 ປີແຫ່ງວັນໄຊຊະນະ ງອກໂຮ່ຍ - ດົງດ້າ (1789 – 2026).

ລາຍການສະແດງສິລະປະຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ (ພາບ: VOV)

ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອຕໍ່ສູ້ຢ່າງອົງອາດກ້າຫານຂອງຂະບວນການລຸກຮື້ຂຶ້ນຂອງຊາວກະສິກອນ ໄຕເຊີນໃນທ້າຍສະຕະວັດ ທີ XVIII. ໃນນັ້ນ, ກະສັດ ກວາງຈຸງ - ຫງວຽນເຫ້ວ, ການນຳດີເດັ່ນ, ຜູ້ນຳຂະບວນການລຸກຮຶ້ຂຶ້ນຂອງຊາວກະສິກອນ ພັດທະນາກາຍເປັນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຂອບຂະໜາດປະຫວັດສາດ. ກ່າວຄຳເຫັນພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຕວັນແທັງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ຢາລາຍ ໃຫ້ຮູ້ວ່າ:

ດ້ວຍຄວາມໄວ້ເນື້ອເຊື່ອໃຈໃໝ່, ບັນຍາກາດໃໝ່, ແຂວງ ຢາລາຍຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ພະນັກງານ, ນັກຮົບ ແລະ ປະຊາຄົມວິສາຫະກິດ ໃນແຂວງ ສືບຕໍ່ຮ່ວມແຮງຮ່ວມໃຈ, ຍາດແຍ່ງກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕັດສິນໃຈປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2026 ຢ່າງມີໄຊ, ຈັດຕັ້ງສຳເລັດປີ ທ່ອງທ່ຽວແຫ່ງຊາດ 2026.

TAG
VOV/VOVworld/ບຸນ​ເຕັດ/ປີ​ມະ​ເມຍ/ພິ​ທີ​ສະ​ເຫຼີມ​ສະຫຼອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ