(VOVWORLD) - ຕົ້ນດອກເຟີມຽນນະ ຖືກອຸປະມາດັ່ງດອກໄມ້ຊະນິດພິເສດ ແລະ ຫາຍາກທີ່ສຸດ. ຕົ້ນດອກໄມ້ ຊະນິດນີ້ໄດ້ຖືກສູນອະນຸລັກຮັກສາປູຊະນີຍະສະຖານກຸ່ງເກົ່າເຫ້ວຂະຫຍາຍແນວພັນເພື່ອອະນຸລັກ
![]() |
| ໂດຍຖືກຂະໜານນາມວ່າແມ່ນດອກໄມ້ ພະລາຊະວັງຕິດພັນກັບຮູບພາບລາດຊະວົງຫງວຽນ ຢູ່ເຫ້ວ, ດອກ ເຟີມຽນນະ ບານສະພັງ ໃນທ້າຍເດືອນມີນາ ແລະ ຕົ້ນເດືອນເມສາ ໃນແຕ່ລະປີ, ອັນໄດ້ສ້າງຮູບພາບທີ່ງົດງາມໃຫ້ແກ່ ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມທັດສະນະສຶກສາ. |
![]() |
| ແຕ່ບາງກ່ອນຕົ້ນດອກ ເຟີມຽນນະ ໄດ້ຮັບຖືວ່າແມ່ນຕົ້ນໄມ້ທີ່ມີຄ່າຫາຍາກ, ພຽງແຕ່ໄດ້ປູກໃນພະລາຊະວັງ ແລະ ບັນດາເຂດສູສານຂອງ ເຈົ້າຊີວິດ ໃນລາດຊະວົງຫງວຽນ |
![]() |
| ສີຂອງດອກ ເຟີມຽນນະ ມີຄວາມເປັນເອກະລັກຍ້ອນສີບົວທີ່ສວຍງາມ |
![]() |
| ເມື່ອຮອດຍາມອອກໜໍ່ໃບໄມ້ຂອງຕົ້ນດອກ ເຟີມຽນນະ ຖືກຫຼົ່ນລົງໝົດ ແລະ ໄດ້ຄ່ອຍໆອອກພວງດອກໜ້ອຍໆຢ່າງໜ້າແໜ້ນຢູ່ຕາມຫງ່າໄມ້, ດອກໄມ້ມີສີອິດອ່ອນ. |
![]() |
![]() |
| ຫຼຽວເບິ່ງຈາກບ່ອນສູງ, ຕົ້ນດອກ ເຟີມຽນນະ ໄດ້ພາກັນບານສະພັງຢ່າງສວຍສົດງາມງາມຢູ່ຕາມຫຼັງຄາ ມຸ່ງດິນຂໍທີ່ເກົ່າແກ່ໃນ ພະລາຊະວັງເຫ້ວ |
![]() |
| ລຳຕົ້ນດອກ ເຟີມຽນນະ ບືນຂຶ້ນຊື່ທັດໃນທ່າມກາງທ່ອງຟ້າແຈ່ມໃສ ອັນໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ແຂກທ່ອງທ່ຽວທັງ. |
![]() |
| ພະລາຊະວັງເຫ້ວແມ່ນສະຖານທີ່ຫາຍາກຂອງ ຫວຽດນາມ ທີ່ມີຕົ້ນດອກ ເຟີມຽນນະ ພິເສດ ດ້ວຍສີດອກສວຍງາມເປັນໜ້າປະທັບໃຈ. |
![]() |
| ຕາມປຶ້ມປະຫວັດສາດແລ້ວ, ມີຕົ້ນດອກ ເຟີມຽນນະ 2 ຕົ້ນຖືກນຳມາຈາກແຂວງ ກວາງຕຸງ ປະເທດຈີນ, ເຈົ້າຊີວິດ ມິງມາງ ໄດ້ນຳມາປູກ ຢູ່ສອງແຈ່ ວັງເກິ່ນຈ໊າງ ໃນພະລາຊະວັງເຫ້ວ. |
![]() |
| ຫຼັງຈາກນັ້ນຍ້ອນຄວາມເມົາມົວກັບດອກໄມ້ສວຍງາມພິເສດນີ້ ເຈົ້າຊີວິດຈຶ່ງຊັ່ງໃຫ້ຜູ້ມີຄວາມເຂົ້າໃຈດ້ານຕົ້ນໄມ້ໃບຫຍ້າ ໄປຊອກຫາແນວພັນຕົ້ນ ເຟີມຽນນະ ຢູ່ດິນແດນໃຫ້ກຳເນີດ. |
![]() |
![]() |
| ໃນຊ່ວງເວລານີ້ແຂກທ່ອງທ່ຽວເມື່ອມີໂອກາດມາຢ້ຽມຊົມພະລາຊະວັງເຫ້ວຈະໄດ້ເຫັນປະຈັກຕາຕົ້ນດອກ ເຟີມຽນນະ ພວມພາກັນອອກດອກເອ້ຄວາມງາມ |
![]() |
![]() |
| ໂດຍຖືກອຸປະມາດ້ານຕົ້ນໄມ້ພິເສດທີ່ຫາຍາກທີ່ສຸດ, ຕົ້ນ ເຟີມຽນນະ ພວມຖືກສູນອະນຸລັກຮັກສາປູຊະນີຍາສະຖານກຸ່ງເກົ່າເຫ້ວຂະຫຍາຍແນວພັນເພື່ອອະນຸລັກ |




