logo

ຢ້ຽມຢາມເຂດທົ່ງຫຍ້າ ເຂົ້າຊາວ ຊຶ່ງແມ່ນເມືອງ “ມ້າຂາວ” ໃນແຂວງລ້າງເຊີນ

2021/11/7 | 04:28:28

(VOVWORLD) -ຕາແສງຮິວກຽນ, ເມືອງຈີລັງ, ແຂວງລ້າງເຊີນ ໄດ້ຮັບຖືວ່າແມ່ນເມືອງ ມ້າຂາວໃຫຍ່ກ່ວາໝູ່ຢູ່ ຫວຽດນາມ ຍ້ອນມີທົ່ງຫຍ້າທີ່ກ້ວາງໃຫຍ່ ເຂົ້າຊາວ ຂຽວອຸ່ມທຸ່ມຈົນສຸດສາຍຕາ ມີເນື້ອທີ່ກ້ວາງ 8.000 ຕາແມັດ.

ໃນຊຸມປີມໍ່ໆມານີ້ ໂນນເຂົ້າຊາວ ຂຶ້ນກັບ ຕາແສງຮິວກຽນ, ເມືອງຈີລັງ, ແຂວງ ລ້າງເຊີນໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ດູດດຶມສຳລັບຫຼາຍຄົນ, ຍ້ອນທິວທັດທຳມະຊາດສວຍງາມ ມີຄວາມຮົກເຮື້ອ ແລະ ເປັນໜ້າຈັບໃຈ.

ໂນນເຂົ້າຊາວ ມີຄວາມສູງສະເລ່ຍແຕ່ 800 – 1.200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ ດ້ວຍຍອດເນື້ອທີ່ 144 ແຮັກຕາ. ເມື່ອຢືນຢູ່ຈອມໂນນ, ແຂກທ່ອງທ່ຽວສາມາດເຫັນທັດສະນີຍະພາບສວຍສົດງົດງາມເປັນໜ້າປະທັບໃຈດ້ວຍໂນນພູ ສະຫຼັບຊັບຊ້ອນ
ແຈ່ໜຶ່ງຢູ່ໂນນເຂົ້າຊາວ
ຢູ່ເຂົ້າຊາວມີມ້ານັບພັນໂຕຖືກປະປ່ອຍຕາມທຳມະຊາດ. ພິເສດຢູ່ແຫ່ງນີ້ມີມ້າຂາວຢ່າງຫຼວງຫຼາຍ
ພາບ: langson.tintuc.vn
ພາບ: langson.tintuc.vn
ພາບ: danviet.vn
ມ້າຢູ່ແຫ່ງນີ້ຖືກປະປ່ອຍຕາມທຳມະຊາດ ເຊິ່ງຕົ້ນຕໍແມ່ນກິນຫຍ້າ ແລະ ເຄີຍເພີ່ມເຕີມຫົວອາຫານ ທີ່ມີທາດແປ້ງຕື່ມອີກ
ພາບ: dantri.com.vn
ພວກມ້າຂາວພວມ ກິນຫຍ້າ ແລະ ແລ່ນເທິງໂນນຫຍ້າຂຽວອຸ່ມທຸ່ມ.ພາບ: dantri.com.vn
ພາບ: baolangson.vn
ທົ່ງຫຍ້າເຂົ້າຊາວໃນຍາມສາຍັນ (ພາບ: baolangson.vn)
ຮອດຕອນແລງ, ມ້າຂອງບັນດາຄອບຄົວຈະຖືກຈູງເຖິງເຂດຕ່າງຫາກເພື່ອມັດແລະ ຕິດຕາມໃຫ້ສະດວກ
ພາບ: baolangson.vn

TAG
VOV/VOVworld/ລ້າງເຊີນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ