logo

ລັດຖະບານຊຸດໃໝ່ຂອງ ບັງກະລາເທດ ສາບານຕົວຮັບດຳລົງຕຳແໜ່ງໃນວັນທີ 17 ກຸມພາ

2026/2/15 | 09:02:02
(VOVWORLD) - ພາຍຫຼັງພິທີສາບານຕົວຂອງລັດຖະບານ, ບັນດາສະມາຊິກໃໝ່ທີ່ ສະພາແຫ່ງຊາດ ບັງກະລາເທດ ເລືອກຕັ້ງກໍ່ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ.
ທ່ານ Tarique Rahman, ປະທານພັກ BNP
(ພາບ: REUTERS/Mohammad Ponir Hossain)

ວັນທີ 17 ກຸມພາ, ລັດຖະບານຊຸດໃໝ່ຂອງ ບັງກະລາເທດ ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງຢູ່ນະຄອນຫຼວງ Dhaka, ພາຍຫຼັງ 5 ວັນທີ່ພັກແຫ່ງຊາດ ບັງກະລາເທດ (BNP) ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຊຸດທີ 13. ອົງການນິຕິບັນຍັດໃໝ່ຢູ່ປະເທດ ອາຊີໃຕ້ ຈະແມ່ນທ່ານ Tarique Rahman, ປະທານພັກ BNP ນຳໜ້າ.

ພາຍຫຼັງພິທີສາບານຕົວຂອງລັດຖະບານ, ບັນດາສະມາຊິກໃໝ່ທີ່ ສະພາແຫ່ງຊາດ ບັງກະລາເທດ ເລືອກຕັ້ງກໍ່ຈະເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ. ຄາດວ່າ, ພິທີສາບານຕົວຮັບດຳລົງຕຳແໜ່ງຈະມີການເຂົ້າຮ່ວມຂອງການນຳຂັ້ນສູງຂອງທຸກປະເທດໃນພາກພື້ນ ອາຊີໃຕ້.

ກ່ອນໜ້ານັ້ນ, ໃນການເລືອກຕັ້ງທົ່ວປະເທດ ແລະ ລົງປະຊາມະຕິທີ່ຈັດຂຶ້ນໃນວັນທີ 12 ກຸມພາ, ພັກ BNP ຍາດໄດ້ 209/297 ທີ່ນັ່ງໃນສະພາແຫ່ງຊາດ ບັງກະລາເທດ ຊຸດໃໝ່, ກວມເອົາກວ່າ 2/3 ຈຳນວນທີ່ນັ່ງທັງໝົດ.

TAG
VOV/VOVworld/ສາ​ບານ​ຕົວ/​ດຳ​ລົງ​ຕຳ​ແໜ່ງ/ລົງ​ປະ​ຊາ​ມະ​ຕິ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ