|
ພາບ:qdnd |
ກ່າວຄຳເຫັນໄຂກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 4, ທ່ານ Delfin Lorenzana ລັດຖະມົນຕີກະຊວງປ້ອງກັນປະເທດ ຟີລີບປີນ ປາດຖະຫນາວ່າ ບັນດາປະເທດເຂົ້າຮ່ວມກອງປະຊຸມ ອາດເປີດກວ້າງບັນດາຂົງເຂດຮ່ວມມືໃນບັນດາບັນຫາປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນ ມີການຕ້ານລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ຄວາມປອດໄພການເດິນທະເລ, ຄວາມປອດໄພທາງເຄືອຄ່າຍອິນເຕີແນັດ ແລະ ກູ້ໄພກູ້ຊີບຈາກໄພທຳມະຊາດ. ກອງປະຊຸມ ADMM+ ຄັ້ງທີ 11 ດ້ວຍບັນດາເນື້ອໃນຈຸດສຸມ ນັ້ນແມ່ນບັນດາສິ່ງທ້າທາຍໃນພາກພື້ນ ລວມມີ ກໍ່ການຮ້າຍ, ອາດຊະຍາກຳຢາເສບຕິດ ແລະ ການປະທະກັນການເດີນທະເລ.




