logo

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

2021/7/8 | 09:20:09
(VOVWORLD) -ທ່ານນາຍົກລັດຖະມົນຕີ Muhyddin Yassin ໄດ້ແຕ່ງຕັ້ງທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ  Ismail Sabri Yaakob ເປັນຮອງນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີການຕ່າງປະເທດ Hishammuddin Hussein ເປັນລັດຖະມົນຕີຂັ້ນສູງຮັບຜິດຊອບກະຊວງການຕ່າງປະເທດ.
ທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ  Ismail Sabri Yaakob ໄດ້ແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ (ພາບ:THE STAR/ASIA NEWS NETWORK)

ວັນທີ 7 ກໍລະກົດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ Muhyddin Yassin ໄດ້ແຕ່ງຕັ້ງທ່ານລັດຖະມົນຕີຂັ້ນສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ  Ismail Sabri Yaakob ເປັນຮອງນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີການຕ່າງປະເທດ Hishammuddin Hussein ເປັນລັດຖະມົນຕີຂັ້ນສູງຮັບຜິດຊອບກະຊວງການຕ່າງປະເທດ. ຂໍ້ຕົກລົງສອງສະບັບດັ່ງກ່າວ ໄດ້ຍື່ນສະເໜີຕໍ່ພະມະຫາກະສັດ ມາເລເຊຍ Yang di – Pertuan Agong ແລະ ມີຜົນສັກສິດໃນທັນທີ.

        ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Muhyddin Yassin ກໍມອບວຽກໃຫ້ທ່ານລັດຖະມົນຕີຂັ້ນສູງ ຮັບຜິດຊອບກະຊວງການຕ່າງປະເທດ Hishammuddin Hussein ເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີໃນການປະຕິບັດແຜນການຟື້ນຟູປະເທດ ອີກດ້ວຍ.


TAG
VOV/VOVworld/ມາ​ເລ​ເຊຍ/ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ/ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ