logo

ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

2024/12/18 | 10:50:33
(VOVWORLD) - 2 ຝ່າຍໄດ້ຕີລາຄາການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໃນໄລຍະຜ່ານມາ ບັນລຸໝາກຜົນອັນໃຫຍ່ຫຼວງຫຼາຍຢ່າງ, ແທດຈິງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ
(ທ່ານພົນເອກ ຟານວັນຢາງ ເປັນປະທານພິທີຕ້ອນຮັບ ທ່ານພົນໂທ ຄຳລຽງ ອຸທະໄກສອນ)

        ຕອນເຊົ້າວັນທີ 18 ທັນວາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການໂອ້ລົມເຈລະຈາກັບທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ມາຢ້ຽມຢຽມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2024.

        ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍດຳເນີນການໂອ້ລົມເຈລະຈາ. ທີ່ການໂອ້ລົມເຈລະຈາ, 2 ຝ່າຍໄດ້ຕີລາຄາການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໃນໄລຍະຜ່ານມາ ບັນລຸໝາກຜົນອັນໃຫຍ່ຫຼວງຫຼາຍຢ່າງ, ແທດຈິງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ ຫວຽດນາມ - ລາວ. ຜ່ານໄລຍະ 5 ປີແຫ່ງການຜັນຂະຫຍາຍອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2020 – 2024, 2 ຝ່າຍບັນລຸໄດ້ບັນດາໝາກຜົນສຳຄັນ. ລັດຖະມົນຕີ 2 ທ່ານໄດ້ເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສຸມໃສ່ປະຕິບັດອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2025 – 2029 ແລະ ແຜນການຮ່ວມມືປີ 2025 ໃຫ້ມີປະສິດທິຜົນ, ຮອບດ້ານ.

        ສິ້ນສຸດການໂອ້ລົມເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດກົດໝາຍວ່າດ້ວຍການທະຫານ, ການປ້ອງກັນຊາດ.

TAG
VOV/VOVworld/ອ​ະ​ນຸ​ສັນ​ຍາ​/ປ້ອງ​ກັນ​ຊາດ/​ສຳ​ຄັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ