logo

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ ມຽນ​ມາ

2021/3/3 | 07:55:18
(VOVWORLD) -ກອງປະຊຸມພິເສດຂອງລັດຖະມົນຕີການຕ່າງປະເທດຂອງ 10 ປະເທດ ສະມາຊິກ ອາຊຽນ ຖືກຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບວິກິດການດ້ານການເມືອງຢູ່ ມຽນມາ ກໍສິ້ນສຸດລົງ ໃນວັນທີ 2 ມີນາ ດ້ວຍການອອກຖະແຫຼງການຮ່ວມ.
ກອງປະຊຸມພິເສດຂອງລັດຖະມົນຕີການຕ່າງປະເທດຂອງ 10 ປະເທດ ສະມາຊິກ ອາຊຽນ (ພາບ: TTXVN)

ໃນຖະແຫຼງການຮ່ວມ ໄດ້ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າຍາມໃດກໍຕິດຕາມສະພາບການຜັນແປຂອງພາກພື້ນຢ່າງໃກ້ຊິດ ແລະ ເຫັນດີນຳກັນວ່າ ສະຖຽນລະພາບດ້ານການເມືອງຂອງບໍ່ວ່າປະເທດສະມາຊິກໃດໆ ກໍແມ່ນເງື່ອນໄຂທີ່ຈຳເປັນ ສຳລັບການສ້າງປະຊາຄົມ ອາຊຽນ ສັນຕິພາບ, ສະຖຽນລະພາບ ແລະ ມີຄວາມວັດທະນາຖາວອນລວມ. ພວກຂ້າພະເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ ມຽນມາ ແລະ ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງລະງັບໃຈ, ບໍ່ຄວນປຸກປັນຍຸແຫຍ່ການນຳໃຊ້ຄວາມຮຸນແຮງ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ ຈົ່ງຊອກຫາມາດຕະການແກ້ໄຂໂດຍສັນຕິພາບຜ່ານການເຈລະຈາທີ່ມີລັກສະນະສ້າງສັນ ແລະ ໄກ່ເກ່ຍ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ວິທີການທຳມາຫາກິນຄອງຊີບຂອງເຂົາເຈົ້າ. ອາຊຽນ ພ້ອມແລ້ວທີ່ຈະໜູນຊ່ວຍ ມຽນມາ ຢ່າງຕັ້ງໜ້າ, ໂດຍສັນຕິພາບ ແລະ ມີລັກສະນະສ້າງສັນ.

TAG
VOV/VOVworld/ມຽນ​ມາ/ວິ​ກິດ​ການ​ດ້ານ​ການ​ເມືອງ/ອາ​ຊຽນ/ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ