logo

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ຈະ ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ແດນ​ມາກ ກ່ຽວ​ກັບ​ບັນ​ຫາ​ເກາະ Greenland

2026/1/8 | 09:01:34
(VOVWORLD) - ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານມີແຜນການພົບປະກັບບັນດາເຈົ້າໜ້າທີ່ແດນມາກ ໃນອາທິດຈະມາເຖິງ ແລະ ຈະຍົກອອກບັນຫາເກາະ Greenland ອອກມາແລກປ່ຽນໃນຈຸດເວລາທີ່ເໝາະສົມ.
 ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS)

ວັນທີ 7 ມັງກອນ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານຈະພົບປະກັບບັນດາເຈົ້າໜ້າທີ່ແດນມາກ ໃນອາທິດຈະມາເຖິງ, ແຕ່ບໍ່ໄດ້ສົ່ງສັນຍານໃດທີ່ສະແດງໃຫ້ເຫັນວ່າ ອາເມລິກາ ຈະລົບລ້າງຄວາມຫວັງຢາກຄວບຄຸມເກາະ Greenland ຄືທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຄີຍປະກາດທາງການ.

ກ່ອນໜ້ານັ້ນ, ວັນທີ 6 ມັງກອນ, ທຳນຽບຂາວໃຫ້ຮູ້ວ່າທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມປຶກສາຫາລືບັນດາວິທີການເພື່ອແນໃສ່ຍາດໄດ້ສິດຄວບຄຸມເກາະທີ່ມີທີ່ຕັ້ງຍຸດທະສາດ ຢູ່ ຂົ້ວໂລກເໜືອແຫ່ງນີ້, ໃນນັ້ນບໍ່ຍົກເວັ້ນຄວາມອາດສາມາດນຳໃຊ້ກອງທັບອາເມລິກາ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກເອີລົບ.

ເມື່ອໄດ້ຖາມກ່ຽວກັບຂໍ້ສະເໜີຂອງ ແດນມາກ ທີ່ກ່ຽວຂ້ອງການປຶກສາຫາລືສະພາບການ ເກາະ Greenland, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານມີແຜນການພົບປະກັບບັນດາເຈົ້າໜ້າທີ່ແດນມາກ ໃນອາທິດຈະມາເຖິງ ແລະ ຈະຍົກອອກບັນຫາເກາະ Greenland ອອກມາແລກປ່ຽນໃນຈຸດເວລາທີ່ເໝາະສົມ.

TAG
VOV/VOVworld/ອາ​ເມ​ລິ​ກາ/​ແດນ​ມາກ/Greenland

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ