logo

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ອະ​ພິ​ປາຍ​ຕໍ່ ສະ​ພາ​ສູງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຢູ່ ເວ​ເນ​ຊູ​ເອ​ລາ

2026/1/29 | 07:52:24
(VOVWORLD) - ຕອນເຊົ້າວັນທີ 28 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານ Marco Rubio ລັດຖະມົນຕີ ການຕ່າງປະເທດ ອາເມລິກາ ໄດ້ເຂົ້າຮ່ວມການອະພິປາຍຕໍ່ສະພາສູງ ອາເມລິກາ ກ່ຽວກັບການກະທຳດ້ານການທະຫານຂອງ ອາເມລິກາ ຢູ່ເວເນຊູເອລາ ເມື່ອຕົ້ນປີນີ້.
ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS/Jonathan Ernst)

ໃນວາລະອະພິປາຍ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ຖືວ່າ ອາເມລິກາບໍ່ກໍ່ສົງຄາມກັບ ເວເນຊູເອລາ ແລະ ບັນດາການນຳຊົ່ວຄາວຂອງ Caracas ໄດ້ຮ່ວມມືຢ່າງຕັ້ງໜ້າ ກັບອາເມລິກາ. ທ່ານ Rubio ຢັ້ງຢືນວ່າ ອາເມລິກາ ບັນລຸໄດ້ຄວາມຄືບໜ້າທີ່ດີຫຼາຍພໍສົມຄວນ ກັບອຳນາດການປົກຄອງຊົ່ວຄາວ ຂອງ ທ່ານນາງ Delcy Rodriguez ຜູ້ທີ່ເຂົ້າພິທີສາບານຕົວດຳລົງຕຳແໜ່ງ ປະທານາທິບໍດີ ເວເນຊູເອລາ ພາຍຫຼັງທີ່ ທ່ານ Nicolas Maduro ຖືກກັກຕົວ, ເຊິ່ງໄດ້ພັນລະຍາການພົວພັນແມ່ນ “ມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມເຄົາລົບນັບຖື”. ຕາມທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາແລ້ວ, ວໍຊິງຕັນ ແລະ Caracas ພວມປຶກສາຫາລືບັນດາບາດກ້າວຕໍ່ໄປ ເພື່ອຈຳກັດຜົນສະທ້ອນຂອງບັນດາປະເທດອື່ນຢູ່ ເວເນຊູເອລາ, ພ້ອມທັງມີບັນດາແຜນການເພື່ອເປີດສະຖານທູດອາເມລິກາ ປະຈຳ Caracas ຄືນໃໝ່ເຊິ່ງໄດ້ຕາງໜ້າໃຫ້ແກ່ຄວາມມານະພະຍາຍາມຫັນການພົວພັນທາງການທູດເປັນປົກກະຕິ ພາຍຫຼັງຫຼາຍປີທີ່ຈືດຈາງ.


TAG
VOV/VOVworld/ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ/ອາ​ເມ​ລິ​ກາ/ເວ​ເນ​ຊູ​ເອ​ລາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ