logo

ລັດເຊຍ ຄັດຄ້ານຂໍ້ສະເໜີດັດປັບແຜນການສັນຕິພາບ - ຢູແກຼນ ປະລະເປົ້າໝາຍເຂົ້າຮ່ວມ NATO

2025/12/15 | 09:41:29
(VOVWORLD) - ປະຈຸບັນ ລັດເຊຍ ຍັງບໍ່ທັນຮູ້ລາຍລະອຽດຂອງບັນດາຂໍ້ສະເໜີ, ແຕ່ຢືນຢັນວ່າ ລັດເຊຍ ຈະບໍ່ເຫັນດີຕໍ່ບັນດາການດັດປັບໄປຜື່ນກັບຫຼັກໝັ້ນທີ່ໄດ້ຊີ້ແຈ້ງເປັນຫຼາຍຄັ້ງ.

        ລັດເຊຍ ໃຫ້ຮູ້ວ່າ ຈະຄັດຄ້ານຢ່າງຮຸນແຮງຖ້າບັນດາຂໍ້ສະເໜີໂດຍ ຢູແກຼນ ແລະ ສະຫະພາບ ເອີລົບ (ອີຢູ) ສ້າງຂຶ້ນ ໄດ້ນຳເຂົ້າແຜນການສັນຕິພາບ ເພື່ອແນໃສ່ແກ້ໄຂການປະທະກັນໃນປະຈຸບັນ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 14 ທັນວາ, ທ່ານ Yuri Ushakov, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ, ປະຈຸບັນ ລັດເຊຍ ຍັງບໍ່ທັນຮູ້ລາຍລະອຽດຂອງບັນດາຂໍ້ສະເໜີ, ແຕ່ຢືນຢັນວ່າ ລັດເຊຍ ຈະບໍ່ເຫັນດີຕໍ່ບັນດາການດັດປັບໄປຜື່ນກັບຫຼັກໝັ້ນທີ່ໄດ້ຊີ້ແຈ້ງເປັນຫຼາຍຄັ້ງ. ທ່ານກໍ່ຢືນຢັນທັດສະນະທີ່ວ່າ ແງ່ຫວັງ ຢູແກຼນ ກາຍເປັນສະມາຊິກ NATO ແມ່ນສິ່ງທີ່ “ບໍ່ອາດເກີດຂຶ້ນ”.

        ສ່ວນທ່ານVolodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຢູແກຼນ ໄດ້ປະລະເປົ້າໝາຍເຂົ້າຮ່ວມ NATO ເພື່ອແລກເອົາບັນດາການຮັບປະກັບຄວາມໝັ້ນຄົງຈາກຝ່າຍຕາເວັນຕົກ, ຖືນີ້ແມ່ນການປະນິປະນອມເພື່ອຢຸດຕິການປະກັນກັບ ລັດເຊຍ.

TAG
VOV/VOVworld/​ລາຍ​ລະ​ອ​ຽດ/​ຂໍ້​ສະ​ເໜີ/​ໝັ້ນ​ຄົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ