logo

ລັດເຊຍ ຈັບຕົວບັນດາຜູ້ຖືກສົງໄສໃນເຫດລອບສັງຫານນາຍພົນອາວຸໂສໂດຍບໍ່ປະສົບຜົນສຳເລັດ

2026/2/9 | 09:23:27
(VOVWORLD) - ວັນທີ 08 ກຸມພາ, ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ (FSB) ໄດ້ແຈ້ງຈັບຕົວບັນດາຜູ້ຖືກສົງໄສຕົ້ນຕໍ່ກ່ຽວຂ້ອງເຖິງເຫດລອບສັງຫານທ່ານພົນຕີ Vladimir Alekseyev, ຮອງເສນາທິການໃຫຍ່ຜູ້ທີໜຶ່ງຂອງກົມໃຫຍ່ເສນາທິການກອງທັບ ລັດເຊຍ ໂດຍບໍ່ປະສົບຜົນສຳເລັດ.

        FSB ຊີ້ແຈ້ງວ່າ ຜູ້ຖືກສົງໄສຕົ້ນຕໍ່ທີ່ຍິງປືນແມ່ນ Lyubomir Korba. ຜູ້ນີ້ຖືກຈັບຕົວຢູ່ນະຄອນ Dubai ດ້ວຍການໜູນຊ່ວຍຈາກບັນດາອົງການທີ່ມີໜ້າທີ່ຂອງ ສະຫະລັດອາຣັບເອັມມີເຣດ (UAE), ຫຼັງຈາກນັ້ນຖືກພາຕົວໄປ ລັດເຊຍ. ນອກນັ້ນ, ຜູ້ຖືກສົງໄສອື່ນແມ່ນ Viktor Vasin ກໍ່ຖືກຈັບຕົວຢູ່ນະຄອນຫຼວງ ມົດສະກູ. ທັງ 2 ຄົນນີ້ລ້ວນແຕ່ແມ່ນຊາວ ລັດເຊຍ ແລະ ຖືກກ່າວຫາວ່າ: ມີກົນອຸບາຍເຂັ່ນຂ້າມະນຸດ, ຄ້າຂາຍອາວຸດຜິດກົດໝາຍ ແລະ ມີກົນອຸບາຍເຂັ່ນຂ້າທະຫານ. ຜູ້ຖືກສົງໄສທີ 3 ແມ່ນ Zinaida Serebritskaya ປະຈຸບັນພວມໜີໄປ ຢູແກຼນ.

TAG
VOV/VOVworld/ຈັບ​ຕົວ​/​ສົງ​ໄສ​/ຕົ້ນ​ຕໍ່​/​ຍິງ​ປືນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ