logo

ລັດ​ເຊຍ ຢັ້ງ​ຢືນ​ຍັງ​ຮັກ​ສາ​ການ​ເຈ​ລະ​ຈາ​ກັບ ຢູ​ແກຼນ

2026/2/21 | 08:09:11
(VOVWORLD) - ຢູ່ທີ່ການເຈລະຈຈາຄັ້ງຫຼ້າສຸດຫາກໍ່ດຳເນີນຢູ່ ເຊີແນວ (ສະວິດ), ສອງຝ່າຍກໍ່ໄດ້ແລກປ່ຽນທຸກບັນຫາໃນສະພາບການພວມຊອກຫາມາດຕະການສິ້ນສຸດການປະທະກັນ.
ການເຈລະຈາລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ຢູ່ສະວິດ (ພາບ:  Press service of the National Security and Defence Council of Ukraine/Handout via REUTERS)

ເວລາ ແລະ ສະຖານທີ່ຂອງການເຈລະຈາຮອບຕໍ່ໄປກ່ຽວກັບ ຢູແກຼນ ຍັງບໍ່ໄດ້ກຳນົດ, ແຕ່ວິວັດການນີ້ ຈະສືບຕໍ່ດຳເນີນ. ນີ້ແມ່ນຖະແຫຼງການຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ທັງເປັນສະມາຊິກຄະນະເຈລະຈາຂອງ ລັດເຊຍ, ທ່ານ Mikhail Galuzin, ຍົກອອກມາໃນການຕອບສຳພາດຕໍ່ສື່ມວນຊົນໃນວັນທີ 19 ກຸມພາ. ທ່ານ Galuzin ໃຫ້ຮູ້ວ່າຢູ່ທີ່ການເຈລະຈຈາຄັ້ງຫຼ້າສຸດຫາກໍ່ດຳເນີນຢູ່ ເຊີແນວ (ສະວິດ), ສອງຝ່າຍກໍ່ໄດ້ແລກປ່ຽນທຸກບັນຫາໃນສະພາບການພວມຊອກຫາມາດຕະການສິ້ນສຸດການປະທະກັນ. ພ້ອມກັນນັ້ນ, ລັດຖະບານ ຊູແອັດ ໄດ້ແຈ້ງບ້ວງເງິນໜູນຊ່ວຍການທະຫານໃໝ່ທີ່ມີມູນຄ່າ 1,4 ຕື້ USD ສະຫງວນໃຫ້ແກ່ ຢູແກຼນ, ສ້າງຂີດໝາຍໜຶ່ງໃນບັນດາບ້ວງເງິນໜູນຊ່ວຍໃຫຍ່ທີ່ສຸດຂອງປະເທດນີ້ ນັບແຕ່ເວລາລັດເຊຍ ດຳເນີນບັ້ນການທະຫານພິເສດປີ 2022. ໃນຂະນະນັ້ນ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ພວມເປັນເສນາທິການໃຫ້ແກ່ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ກ່ຽວກັບຫຼາຍມາດຕະການໜູນຊ່ວຍ ຢູແກຼນ, ໃນນັ້ນມີຄວາມສາມາດເຂົ້າຮ່ວມຂໍ້ລິເລີ່ມສັ່ງຊື້ອາວຸດໂດຍ NATO ນຳໜ້າ, ມີຊື່ວ່າ ບັນຊີລາຍຊື່ບັນດາຄວາມຈຳເປັນບຸລິມະສິດຂອງ ຢູແກຼນ (PURL).

TAG
VOV/VOVworld/ລັດ​ເຊຍ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ